ເບັນແຈ ໄດ້ສ້າງຕັ້ງ ກຸ່ມອຸດສາຫະກໍາ 10 ກຸ່ມ
ພາບປະກອບ: sggp.org.vn |
ຕາມນັ້ນແລ້ວ, ບັນດາກຸ່ມອຸດສາຫະກຳ ມີ 25 ໂຄງການໄດ້ຈົດທະບຽນລົງທຶນ, ປະກອບສ່ວນແກ້ໄຂວຽກເຮັດງານທຳໃຫ້ເກືອຍ 1.000 ຄົນ. ໃນນັ້ນ, ມີ 13 ໂຄງການເຂົ້າສູ່ການເຄື່ອນໄຫວ, ມູນຄ່າການຜະລິດອຸດສາຫະກຳໃນປີ 2021 ແມ່ນ 950 ຕື້ດົ່ງ, ກວມເອົາ 2,68% ມູນຄ່າການຜະລິດອຸດສາຫະກຳຂອງທົ່ວແຂວງ.
ແຂວງກໍໄດ້ວາງອອກບັນດາມາດຖານເພື່ອດຶງດູດການລົງທຶນຢູ່ກຸ່ມອຸດສາຫະກຳ; ດຶງດູດການລົງທຶນດ້ວຍຫຼາຍຮູບການ, ໃນນັ້ນ ຮູບການດຶງດູດການລົງທຶນແບບໂດຍກົງສໍາລັບບັນດານັກລົງທຶນທີ່ມີກໍາລັງບົ່ມຊ້ອນຫຼາຍໄດ້ຖືເປັນສໍາຄັນ; ຊຸກຍູ້ການປະຕິຮູບດ້ານບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ, ສ້າງທຸກເງື່ອນໄຂສະດວກເພື່ອດຶງດູດການລົງທຶນ.
ຫອມມາລາ