10:18 | 02/08/2022

ຫວຽດນາມ ສະເໜີ ກຳປູເຈຍ ຍູ້ແຮງການອອກບັດຄົນຕ່າງດ້າວໃຫ້ແກ່ຄົນເຊື້ອຊາດຫວຽດ

ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ
ຫວຽດນາມ ສະເໜີ ກຳປູເຈຍ ຍູ້ແຮງການອອກບັດຄົນຕ່າງດ້າວໃຫ້ແກ່ຄົນເຊື້ອຊາດຫວຽດ
ທ່ານ​ຮອງ​ລັດຖະມົນຕີ​ ຟ້າ​ມກວາງ​ຮ້ຽວ ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ລັດຖະມົນຕີ​​ກະຊວງ​ພາຍ​ໃນ Samdech Kralahom Sar Kheng

ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ Samdech Kralahom Sar Kheng, ຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​​ກະຊວງ​ພາຍ​ໃນ ​ແລະ ມີ​ການ​ພົບ​ປະ​ກັບ​ທ່ານ Ouch Borith, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ການ​ຮ່ວມ​ມື​ສາກົນ ​ກຳປູ​ເຈຍ, ທ່ານ​ຈອມພົນ​ Sok Phal - ລັດຖະມົນຕີກະ​ຊວງ​ພາຍ​ໃນ, ທ່ານ Khuong Sreng, ເຈົ້າ​ຄອງ​​ນະ​ຄອນຫຼວງ​ ​ພະ​ນົມ​ເປັນ ແລະ ທ່ານ Var Than, ເຈົ້າ​ແຂວງ​ Kratie.

ທີ່​ການ​ພົບ​ປະ, ທ່ານ​ຮອງ​ລັດຖະມົນຕີ ຟ້າມກວາງຮ້ຽວ ​ໄດ້​ຊົມ​ເຊີຍ ກຳປູ​ເຈຍ ​ໃນ​ການ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ເຂດ ຊຸດທີ V ​ຢ່າງສຳ​ເລັດຜົນ, ​ບັນດາ​​ໝາກຜົນ​ອັນ​ດີງາມ​ທີ່ ກຳປູ​ເຈຍ ບັນລຸ​ໄດ້​ໃນ​ການ​ຄວບ​ຄຸມ​ໂລກ​ລະບາດ ໂຄວິດ – 19, ​ການພັດພະທະນາເສດຖະກິດ - ສັງຄົມ ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ແລະ ​ໃນ​ບົດບາດ​ດໍາລົງຕໍາແໜ່ງເປັນ​ປະທານ​ ອາ​ຊຽນ 2022.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ການ​ນຳ​ບັນ​ດາ​ກະ​ຊວງ, ຂະແໜງການໄດ້ຕີລາຄາການ​ພົວ​ພັນ​ລະ​ຫວ່າງສອງປະ​ເທດນັບມື້ນັບ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງ ແລະ ຂອບ​ໃຈ​ພັກ, ລັດ ແລະ ປະ​ຊາ​ຊົນ ​ຫວຽດ​ນາມ ທີ່ໄດ້​ມີການໜູນ​ຊ່ວຍ​ຢ່າງແທດຈິງ​ໃນ​ທຸກ​ຂົງ​ເຂດ​ໃນ​ໄລ​ຍະ​ຜ່ານ​ມາ. ທັງສອງຝ່າຍ​ສະ​ແດງ​ຄວາມຊົມຊື່ນ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ຕັ້ງໜ້າ​ຂອງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຢູ່​ເຂດ​ຊາຍ​ແດນ​ໄດ້​ຮັບການຮັບປະກັນ, ການຮັກສາ​ການ​ພົບປະ, ການ​ແລກປ່ຽນ​ຄະນະ​ຂັ້ນ​ສູງ​ໄດ້​ດຳ​ເນີນ​ເປັນ​ປະຈຳ ​ແລະ ການ​ຮ່ວມ​ມື​ດ້ານ​ເສດຖະກິດ​, ການແລກປ່ຽນດ້ານການ​ຄ້າ​ນັບ​ມື້​ນັບ​ພັດທະນາ.

ທັງສອງຝ່າຍ​ໄດ້​ຕີ​ລາຄາ​ສູງຕໍ່​ການຈັດ​ຕັ້ງ​ບັນດາກິດຈະກໍາໃນ​ປີ​ມິດຕະພາບ​ ຫວຽດນາມ - ກຳປູ​ເຈຍ 2022 ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (24 ມິຖຸນາ 1967-2022), ​ໃນ​ນັ້ນ​ມີ​ພິທີ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ “​ເສັ້ນທາງ​ໂຄ່ນ​ລົ້ມ​ລະບອບ​ດັບສູນເຊື້ອຊາດ Pol Pot” ຂອງທ່ານນາຍົກລັດຖະມົນຕີ Hun Sen ທີ່ເຂດຊາຍແດນ​ແຂວງ ບີງ​ເຟືອກ ​ແລະ ​ແຂວງ​ Tbaung Khmum ໃນວັນ​ທີ 20 ມິຖຸນາ​ນີ້ ແລະ ​​ພິທີ​ສະ​ເຫຼີ​ມສະຫຼອງ​ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດທີ່​ສຳຄັນ​ຢູ່​ ຮ່າ​ໂນ້ຍ ​ໃນ​ວັນ​ທີ 24 ມິຖຸນາ; ​ໄດ້​ເຫັນ​ດີ​ເປັນ​ເອກະພາບ​ວ່າ ບັນດາ​ກິດຈະກໍາ​ດັ່ງກ່າວ​ຈະ​ປະກອບສ່ວນເຂົ້າໃນການ​ຊ່ວຍ​ປະຊາຊົນ​ສອງ​ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນຄົນ​ລຸ້ນໜຸ່ມ​ໃຫ້ມີ​ຄວາມຮັບຮູ້ຢ່າງຖືກຕ້ອງ​ກ່ຽວ​ກັບ​ປະຫວັດສາດ​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ເພື່ອ​ມີ​ຄວາມ​ຮັບຜິດຊອບກວ່າອີກ​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ການເພີ່ມພູນຄູນສ້າງ​ສາຍພົວພັນມິດຕະພາບອັນດີງາມ.

ບົນ​ຈິດ​ໃຈ “ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຮອບດ້ານ ​ແລະ ຍືນ​ຍົງ​​ຍາວນານ”, ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມກວາງ​ຮ້ຽວ ໄດ້ຂອບ​ໃຈ​ມາຍັງລັດຖະບານພະບໍລົມວົງສານຸວົງ ​ແລະ ປະຊາຊົນ ກຳປູ​ເຈຍ ທີ່ໄດ້ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່ປະຊາ​ຄົມ​ຊາວ ຫວຽດນາມ ທີ່ທໍາມາຫາກິນ ​ແລະ ດຳລົງ​ຊີວິດ​ຢ່າງ​ໝັ້ນຄົງ​ຢູ່ ກຳປູ​ເຈຍ ແລະ ສະເໜີການ​ນຳ ກຳປູ​ເຈຍ ສືບ​ຕໍ່ໃຫ້ຄວາມສົນໃຈ​ໃນການ​ແກ້​ໄຂ​ບາງ​ບັນຫາ​ທີ່​ກ່ຽວຂ້ອງ​ກັບຄົນເຊື້ອຊາດຫວຽດນາມ.

ທ່ານ​ຮອງ​​ລັດ​ຖະ​ມົນ​ຕີ ຟ້າມກວາງ​ຮ້ຽວ ປາດ​ຖະ​ໜາ​ວ່າ ຝ່າຍ ກຳ​ປູ​ເຈຍ, ພິ​ເສດ​ແມ່ນ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ທຸກ​ຂັ້ນ, ໂດຍຜ່ານ​ບັນ​ດາ​ສະ​ມາ​ຄົມ​ຊາວ​ເຜົ່າ ຂະ​ແມ - ຫວຽດ​ນາມ ສົມທົບ​ກັບ​ບັນ​ດາ​ອົງ​ການຕົວແທນ ​ຫວຽດ​ນາມ ເພື່ອ​ຍົກສູງການໂຄ​ສະ​ນາ​ໃຫ້ຄົນເຊື້ອຊາດຫວຽດນາມ ຕ້ອງປະຕິບັດຖືກຕາມກົດໝາຍ, ແນວທາງ, ນະ​ໂຍ​ບາຍ​ຂອງ ກຳ​ປູ​ເຈຍ, ພິ​ເສດບັນດາເນື້ອ​ໃນທີ່​ກ່ຽວ​ຂ້ອງກັບ​ການ​ຂຶ້ນ​ທະບຽນ, ການຕໍ່​ອາຍຸ​ບັດ​ຄົນ​ຕ່າງ​ດ້າວ ແລະ ນະ​ໂຍບາຍ​ຍົກຍ້າຍ​ປະຊາຊົນ​ອອກ​ຈາກ​ເຂດທະເລສາບ.

ກ່ຽວ​ກັບ​ບັນຫາ​ເອກະສານ​ນິຕິ​ກຳ, ທ່ານ​ຮອງ​ລັດຖະມົນຕີ​ ສະ​ເໜີ​ໃຫ້​ຝ່າຍ ​ກຳປູ​ເຈຍ ​ເລັ່ງ​ການ​ອອກບັດຄົນ​ຕ່າງ​ດ້າວ, ​ເລັ່ງການຜັນຂະຫຍາຍໃນການອອກ​ເອກະສານ​ສໍາມະໂນຄົວຕາມ​ການກໍານົດ, ການປະກາດໃຊ້ຂໍ້ກໍານົດ​ກ່ຽວ​ກັບ​ສິດ ​ແລະ ພັນທະ​ຂອງ​ຄົນ​ຕ່າງດ້າວ ​ແລະ ການແກ້​ໄຂ​ບາງ​ບັນຫາ​ທີ່ຫຍຸ້ງຍາກ​ໃນ​ການ​ຍົກ​ສູງ​ຖານະ​ດ້ານນິຕິກຳ​ຂອງ​ຊາວ ຫວຽດນາມ ບົນ​ພື້ນຖານ​ຂໍ້ກໍານົດກົດໝາຍ​ຂອງ ກຳປູ​ເຈຍ, ໂດຍໃຫ້ສອດຄ່ອງ​ກັບ​ທໍານຽມ ​ແລະ ກົດໝາຍ​ສາກົນ ​ກໍຄືສອດຄ່ອງ​ກັບ​ຊີວິດ​ຈິງ.

ກ່ຽວ​ກັບ​ການ​ຍົກຍ້າຍ ​ແລະ ການຕັ້ງຖິ່ນຖານຄືນໃໝ່ໃຫ້ປະຊາຊົນ, ​ໃນ​ນັ້ນ​ມີ​ຄົນເຊື້ອຊາດ ​ຫວຽດນາມ ​ຢູ່​ເຂດ​ທະເລສາບ, ຝ່າຍ ກຳປູ​ເຈຍ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຈະ​ຜັນ​ຂະຫຍາຍ​ຕາມບັນດາຂັ້ນຕອນໃຫ້ເໝາະສົມ, ​ເພື່ອ​ແກ້​ໄຂ​ບັນດາ​ຂໍ້ຄົງຄ້າງທິ່​ເກີດ​ຂຶ້ນ​ໃຫ້​ປະຊາຊົນ ໄດ້​ຮັບ​ການ​ຮັບປະກັນ​ພື້ນຖານ​ໂຄງ​ລ່າງ ​ແລະ ການ​ບໍລິການ​ສາທາລະນະ​ໂດຍພື້ນຖານ, ຊ່ວຍ​ໃຫ້​ປະຊາຊົນ​ມີ​ການກໍານົດທິດທາງອາຊີບ​ໃຫ້​ເໝາະ​ສົມ ເພື່ອເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິໂດຍໄວ. ຝ່າຍ ກຳປູ​ເຈຍ ກໍປາດ​ຖະໜາ​ວ່າ ​ຝ່າຍ ​ຫວຽດນາມ ຈະມີບັນດາ​ການ​ໜູນ​ຊ່ວຍ​ໃນການປ່ຽນວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ທີ່​ຖືກ​ຍົກຍ້າຍ, ພິ​ເສດ​ແມ່ນ​ການ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຢີຂອງການລ້ຽງ​ສິນ​ໃນ​ນ້ຳ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14833.html

In bài biết