16:36 | 20/07/2022

ສະຫງວນບຸລິມະສິດແຖວໜ້າໃຫ້ການພົວພັນແບບພິເສດ ຫວຽດນາມ-ລາວ

ປ່າສະຫງວນແຫ່ງຊາດ ເຟືອກບິ່ງ - ແຫຼ່ງທ່ອງທ່ຽວທາງນິເວດ ທີ່ເໝາະສົມໃນລະດູຮ້ອນນີ້ ປ່າສະຫງວນແຫ່ງຊາດ ເຟືອກບິ່ງ - ແຫຼ່ງທ່ອງທ່ຽວທາງນິເວດ ທີ່ເໝາະສົມໃນລະດູຮ້ອນນີ້
ຍາມໃດພັກ, ລັດ ກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລຜູ້ອາຍຸສູງ ຍາມໃດພັກ, ລັດ ກໍ່ສະຫງວນຄວາມເອົາໃຈໃສ່, ເບິ່ງແຍງດູແລຜູ້ອາຍຸສູງ

ທ່ານ ຫງວຽນຝູຈ້ອງ ແລະທ່ານ ບຸນທອງ ຈິດມະນີ ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນການຮ່ວມມືອັນດີງາມໃນທຸກຂົງເຂດລະຫວ່າງສອງພັກ, ສອງລັດໃນໄລຍະຜ່ານມາ; ຢັ້ງຢືນວ່າເຖິງວ່າໃນສະພາບການໃດ, ສອງຝ່າຍກໍ່ຈະຮ່ວມແຮງຮ່ວມໃຈຮັກສາ ແລະເພີ່ມພູນຄູນສ້າງເພື່ອໃຫ້ການພົວພັນຈົງຮັກພັກດີ, ບໍລິສຸດຜຸດຜ່ອງຫວຽດນາມ-ລາວ, ລາວ-ຫວຽດນາມ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ, ນໍາເອົາຜົນປະໂຫຍດທີ່ແທດຈິງມາໃຫ້ແກ່ປະຊາຊົນສອງປະເທດ, ຖືກກັບລັກສະນະຂອງສາຍພົວພັນແບບພິເສດທັງເປັນສະຫາຍ, ທັງເປັນອ້າຍນ້ອງ, ຮ່ວມທຸກຮ່ວມສຸກ, ແບ່ງທຸກແບ່ງຍາກນຳກັນ.

ສະຫງວນບຸລິມະສິດແຖວໜ້າໃຫ້ການພົວພັນແບບພິເສດ ຫວຽດນາມ-ລາວ
ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຕ້ອນຮັບທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ. ພາບ: Baoquocte.vn

ການນໍາສອງທ່ານເນັ້ນໜັກວ່າ ສອງຝ່າຍພ້ອມກັນສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍການປະຕິບັດບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງພັກ, ສອງລັດຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນ, ແບ່ງປັນບົດຮຽນໃນການວາງແນວທາງ, ຜັນຂະຫຍາຍການປະຕິບັດພາລະກິດສ້າງສາ ແລະພັດທະນາປະເທດ, ນໍາການພົວພັນຮ່ວມມືສອງຝ່າຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-14745.html

In bài biết