16:30 | 07/07/2022

ການໂຄສະນາການຄ້າ ແລະ ຜະລິດຕະພັນ ຫວຽດນາມ ທີ່ Nottingham

Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022 Festival ຜະລິດຕະພັນກະເສດ, ຜະລິດຕະພັນ OCOP ຕິດພັນກັບການທ່ອງທ່ຽວ ຮ່າໂນ້ຍ ປີ 2022
ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ
ການໂຄສະນາການຄ້າ ແລະ ຜະລິດຕະພັນ ຫວຽດນາມ ທີ່ Nottingham
ພາບປະກອບ (ພາບ : Đình Thư/Vietnam+)

ທີ່ເຫດການໄຂຂຶ້ນໃນວັນທີ 1 ກໍລະກົດ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ແນະນໍາກ່ຽວກັບ ຫວຽດນາມປັດຈຸບັນ ກັບບັນຄວາມສາມາດບົ່ມຊ້ອມ, ທ່າແຮງທາງດ້ານການຄ້າ, ເຊິ່ງເປັນສະຖານທີ່ປອດໄພ, ດຶງດູດສໍາລັບບັນດານັກລົງທຶນຕ່າງປະເທດ, ລວມມີ ລາຊະອານາຈັກ ອັງກິດ.

ບັນດາຜູ້ແທນກໍໄດ້ອັບເດດຂໍ້ມູນກ່ຽວກັບ Nottingham, ເຊິ່ງເປັນນະຄອນທີ່ມີທ່າດີດ້ານ​ການ​ລົງທຶນ​ ດ້ວຍ​ໂຄງການ​ເຕີບ​ໂຕ​ສີຂຽວ ທີ່ເຕັມໄປດ້ວຍຄວາມຄາດຫວັງ, ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​​ດີ, ​ແລະ ອຳນາດປົກຄອງນະຄອນ​ ຍາມໃດ​ກໍສ້າງເງື່ອນໄຂຫຼາຍສຸດໃຫ້​ບັນດາ​ນັກ​ລົງທຶນ. ​ໃນ​ເຫດການຄັ້ງ​ນີ້, ແຂກທີ່ຖືກເຊີນ​ຍັງ​ມີໂອກາດໄດ້ລອງຊິີ​ມອາຫານ​ພື້ນ​ເມືອງ ​ແລະ ໝາກ​ໄມ້​ສົດຂອງ ຫວຽດນາມ.

ນອກ​ຈາກ​ເຫດການ Meet Vietnam, ຢູ່​ນະຄອນ Nottingham ແລ້ວ ກໍກໍາລັງໄຂສັບປະດາ​ສິນ​ຄ້າ ແລະ ອາຫານການກິນ ​ຫວຽດນາມ​ ຢູ່ ​ອັງກິດ, ​ໃນ​ນັ້ນ​ມີ​ເຄື່ອງ​ເຟີ​ນີ​ເຈີ​ສິລະ​ປະກໍາ, ກາ​ເຟ, ໝາກ​ໄມ້​ສົດ, ໝາກ​ໄມ້​ແຫ້ງ, ນ້ຳ​ໝາກ​ໄມ້​ກະປ໋ອງ, ເຂົ້າປຸ້ນ, ເສັ້ນລ້ອນແຫ້ງ, ແຜ່ນແໜມ, ແກ່ນໝາກມ່ວງຫິມະພານ, ເຂົ້າຫອມ... ຂອງບັນດາວິສາຫະກິດສົ່ງອອກທີ່ມີຊື່ສຽງຂອງຫວຽດນາມ ກໍໄດ້ວາງສະແດງຢູ່ຕະຫຼາດ ຫວຽດນາມ ທີ່ນະຄອນ Nottingham, ເຊິ່ງໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ວິສາຫະກິດທ້ອງຖິ່ນ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14629.html

In bài biết