14:00 | 07/07/2022

ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ

ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄທ
ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ ຫວຽດນາມ ແລະ ກຳປູເຈຍ ພ້ອມກັນຮັກສາ, ເພີ່ມພູນຄູນສ້າງການພົວພັນສອງຝ່າຍອັນດີງາມ
ຫວຽດນາມ, ລາວ, ໄທ ແລະ ກຳປູເຈຍ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໄດ້ມີການພົບປະກັບ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ( ພາບ: ງວຽນຮົ່ງ)

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສົມທົບກັນຮັບໃຊ້ບັນດາການເຄື່ອນໄຫວແລກປ່ຽນຄະນະຂັ້ນສູງໃຫ້ເປັນຢ່າງດີ, ຜັນຂະຫຍາຍບັນດາຂໍ້ຕົກລົງການຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ ແລະ ການລົງທຶນຢ່າງບໍ່ຢຸດຢັ້ງ...

ໂດຍການສົມທົບຢ່າງແໜ້ນແຟ້ນເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ​ແລະ 45 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ, ​ໃນ​ນັ້ນ​ ​ການ​ເຄື່ອນ​ໄຫວ​ສຳຄັນ​ແມ່ນ​ການ​ສະເຫຼີມສະຫຼອງສອງເຫດການ​ສຳຄັນ​​ເຊິ່ງຈະ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ຂອງ​ສອງ​ປະ​ເທດ​ໃນ​ວັນ​ທີ 18 ກໍລະກົດ 2022.

ສອງຝ່າຍກໍໄດ້ຕົກລົງເປັນເອກະພາບຈະເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາມັດວິໄນ, ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ສອງຝ່າຍສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 10 ປີແຫ່ງການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023; ຊຸກຍູ້ການເຕີບໂຕທາງການຄ້າຕາມທິດສົມດູນ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບັນລຸເປົ້າໝາຍຂອງການຄ້າສອງຝ່າຍ 25 ຕື້ USD ຢ່າງໂດຍໄວ.

ທັງສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບຈະ​ຊຸກຍູ້​ການ​ແລກປ່ຽນບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ຜັນ​ຂະຫຍາຍ​ບັນດາ​ກົນ​ໄກ​ການຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນ​ມີ​ກອງ​ປະຊຸມ ຄັ້ງ​ທີ 9​ ກ່ຽວກັບການທາບທາມ​ທາງການ​ເມືອງ ຫວຽດນາມ - ​ໄທ; ​ ຟື້ນ​ຟູ​ຖ້ຽວ​ບິນ​ການ​ຄ້າ ​ແລະ ​ເປີດ​ເສັ້ນທາງ​ການບິນ​ໃໝ່ໂດຍໄວ ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກກວ່າອີກ​ໃຫ້​ແກ່​ການ​ທ່ອງ​ທ່ຽວ ​ແລະ ການພົວພັນການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ.

ທີ່ການພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ແລະ ການຮ່ວມມືສາກົນ ກຳປູເຈຍ Prak Sokhonn, ທັງສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນກະກຽມໃຫ້ແກ່ການຢ້ຽມຢາມຂັ້ນສູງໃຫ້ເປັນຢ່າງດີ, ສືບຕໍ່ຮັກສາການພົວພັນຮ່ວມມືຢ່າງອັນດີງາມໃນບັນດາຂົງເຂດການເມືອງ, ການປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ, ເສດຖະກິດ, ການຄ້າ - ການລົງທຶນ, ການສຶກສາ...

ສືບຕໍ່ສົມທົບກັນຈັດຕັ້ງການເຄື່ອນໄຫວສະເຫຼີມສະຫຼອງທີ່ຍັງເຫຼືອໃນຂອບເຂດ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”. ທັງສອງຝ່າຍກໍໄດ້ແລກປ່ຽນບາງບັນຫາສາກົນ ແລະ ພາກພື້ນທີ່ສອງຝ່າຍມີຄວາມສົນໃຈ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-14628.html

In bài biết