14:00 | 03/07/2022

ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດປັບປຸງການພົວພັນສາມັກຄີແບບພິເສດກັບລາວ

ຫວຽດນາມ ຕັດສິນໃຈຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນປົກປັກຮັກສາມະຫາສະໝຸດສີຂຽວ ຫວຽດນາມ ຕັດສິນໃຈຮ່ວມແຮງຮ່ວມໃຈພ້ອມກັບປະຊາຄົມສາກົນປົກປັກຮັກສາມະຫາສະໝຸດສີຂຽວ
ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ ສະຖານທູດ ຫວຽດນາມ ປະຈໍາ ປາຣີ ສົມທົບສະເຫຼີມສະຫຼອງ 50 ປີ ແຫ່ງວັນເຊັນສັນຍາປາຣີ

ທ່ານພົນຕີ ຮວີງຈຽນຖັງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສໍາຄັນ ແລະຍາມໃດກໍ່ສະຫງວນບຸລິມະສິດໃຫ້ແກ່ການປັບປຸງ, ເພີ່ມທະວີການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບລາວ. ທ່ານພົນຕີ ຮວີງຈຽນຖັງ ຕີລາຄາສູງຕໍ່ຄວາມມານະພະຍາຍາມຜັນຂະຫຍາຍການຮ່ວມມືລະຫວ່າງສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ແລະກົມວິທະຍາສາດ-ປະຫວັດສາດການທະຫານລາວ ໃນໄລຍະຜ່ານມາ, ທ່ານພົນຕີ ຮວີງຈຽນຖັງ ສະແດງຄວາມປາດຖະໜາຢາກໃຫ້ສອງອົງການສືບຕໍ່ສົມທົບກັນ, ຊຸກຍູ້ການຮ່ວມມືໃນບັນດາຂົງເຂດແລກປ່ຽນຄະນະຜູ້ແທນ, ກໍ່ສ້າງ, ຝຶກອົບຮົມພະນັກງານ, ຄົ້ນຄວ້າຫົວເລື່ອງວິທະຍາສາດຢ່າງແໜ້ນແຟ້ນກວ່າອີກ.

ຫວຽດນາມ ຍາມໃດກໍ່ໃຫ້ບຸລິມະສິດປັບປຸງການພົວພັນສາມັກຄີແບບພິເສດກັບລາວ
ທ່ານພົນຕີ ຮວີງຈຽນຖັງ ຕ້ອນຮັບທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ. ພາບ: qdnd.vn

ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ລາຍງານກັບທ່ານພົນຕີ ຮວີງຈຽນຖັງ ກ່ຽວກັບໝາກຜົນຂອງການເຮັດວຽກກັບສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ໃນວັນດຽວກັນ; ເນັ້ນໜັກເຖິງບັນດາໝາກຜົນຂອງການຮ່ວມມືທີ່ບັນລຸໃນໄລຍະຜ່ານມາລະຫວ່າງສອງອົງການກໍ່ຍ້ອນໄດ້ຮັບຄວາມເອົາໃຈໃສ່, ການຊີ້ນໍາຢ່າງໃກ້ຊິດຕິດແທດຂອງການນໍາກະຊວງປ້ອງກັນປະເທດສອງປະເທດ.

ໃນວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຜູ້ແທນກົມວິທະຍາສາດ-ປະຫວັດສາດການທະຫານລາວ ນໍາໂດຍທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ມີການເຮັດວຽກກັບຄະນະຜູ້ແທນສະຖາບັນຍຸດທະສາດກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຮສຈ.ປອ ຫວູເກືອງກວຽດ ຫົວໜ້າສະຖາບັນ.

Link: https://huunghivietlao.thoidai.com.vn/detail-article-14585.html

In bài biết