09:13 | 30/06/2022

ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ

ງານບຸນຕາມທ້ອງຖະໜົນ ເຫ້ວ ເຂັ້ມຂົ້ນສີສັນວັດທະນະທຳ ງານບຸນຕາມທ້ອງຖະໜົນ ເຫ້ວ ເຂັ້ມຂົ້ນສີສັນວັດທະນະທຳ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ຮົງ​ກາ​ຣີ ຢ່າງ​ເປັນ​ທາງ​ການ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ ຢ້ຽມ​ຢາມ ຮົງ​ກາ​ຣີ ຢ່າງ​ເປັນ​ທາງ​ການ
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ຫໍພິພິທະພັນປະຫວັດສາດແຂວງ ເທື່ອທຽນ - ເຫ້ວ ໄດ້ຈັດຕັ້ງພິທີປະກາດລະດັບສະຖິຕິ ຫວຽດນາມ ແລະ ລະດັບສະຖິຕິໂລກ ຕໍ່ທາດຈຳຝູຢຽນ ດ້ວຍມາດຖານ “ທາດຈຳເກົ່າແກ່ທີ່ຈົມຢູ່ໃຕ້ດອນຊາຍ ແຄມທະເລເຊິ່ງຫາກໍ່ໄດ້ຮັບການຂຸດຄົ້ນ ແລະ ອະນຸລັກຄັ້ງທຳອິດໃນຫວຽດນາມ ແລະໂລກ ” (ພ​າບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ນີ້ແມ່ນການເຄື່ອນໄຫວຕອບສະໜອງ, ຮ່ວມເດີນທາງເພື່ອແນໃສ່ເຮັດໃຫ້ບັນດາໂຄງການວັດທະນະທຳ, ສິລະປະ, ເຫດການນອນໃນຂອບເຂດສັບປະດາຈຸດສູງ Festival ເຫ້ວ 2022. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ກ່ອນນີ້ 21 ປີ, ໃນວັນທີ 18 ເມສາ ປີ 2001, ຢູ່ດອນຊາຍແຄມທະເລຕາແສງ ຝຸຢຽນ (ເມືອງ ຝູວາງ, ແຂວງເທື່ອທຽນ ເຫ້ວ), ມີກຸ່ມກຳມະກອນຂຸດຄົ້ນບໍ່ແຮ່ກຸ່ມໜຶ່ງ ໃນຂະນະຂຸດດິນ ໄດ້ພົບເຫັນເຂດດິນຈີ່ທີ່ຖືກຝັງໃຕ້ດິນປະມານ 5 – 7ແມັດເມື່ອທຽບໃສ່ໜ້າດິນ. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ເຫດການດັ່ງກ່າວ ໄດ້ແຈ້ງໃຫ້ອຳນາດການປົກຄອງທ້ອງຖິ່ນ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຮັບຊາບຢ່າງທັນທີ. ຫຼັງຈາກນັ້ນ, ຄະນະກຳມະການແຂວງ ເທື່ອທຽນ ເຫ້ວ ໄດ້ຊີ້ນຳພະແນກວັດທະນະທຳ - ຂໍ້ມູນຂ່າວ (ປັດຈຸບັນແມ່ນພະແນກວັດທະນະທຳ ແລະ ກິລາ ນະຄອນເທື່ອທຽວເຫ້ວ), ຫໍພິພິທະພັນສັງລວມ (ປັດຈຸບັນແມ່ນ ຫໍພິພິທະພັນປະຫວັດສາດແຂວງ) ສົມທົບກັບບັນດາໜ່ວຍງານທີ່ກ່ຽວຂ້ອງຜັນຂະຫຍາຍວຽກງານປົກປັກຮັກສາ ແລະ ດຳເນີນການສຳຫຼວດ, ຂຸດຄົ້ນສະຖານທີ່ແຫ່ງນີ້. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ການພົບເຫັນສະຖານທີ່ແຫ່ງນີ້ຢູ່ໃຕ້ດອນຊາຍແຄມທະເລແຂວງເທື່ອທຽວເຫ້ວ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນເປັນຈຳນວນຫຼາຍ, ພິເສດແມ່ນນັກຄົ້ນຄ້ວາ ພາຍໃນປະເທດ ແລະ ສາກົນ. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ຜ່ານການຂຸດຄົ້ນ, ໂຄງການສະຖາປັດຕະຍາກຳ ຈຳເກົ່າແກ່ໄດ້ປະກົດຂຶ້ນ (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ທາດຝຸຢຽນແມ່ນໜຶ່ງໃນບັນດາສະຖາປັດຕະຍາກຳດິນຈີ່ຈຳທີ່ມີໄວທີ່ສຸດ ທີ່ຍັງຄົງຕົວຢູ່ເຂດພາກກາງ, ປະມານສະຕະວັດທີ VIII. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ທາດນອນຢູ່ທີ່ຕັ້ງທີ່ເປັນເອກະລັກສະເພາະ, ຕ່ຳກ່ວາເມື່ອທຽບໃສ່ໜ້ານ້ຳທະເລ ປະມານ 3 – 4 ແມັດ, ນອນຢູ່ໃຕ້ດິນປະມານ 5 – 7 ແມັດ ແລະ ຫ່າງຈາກແຄມທະເລປະມານ 120 ແມັດ. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ນີ້ແມ່ນສະຖາປັດຕະຍາການພື້ນຖານວັດທະນະທຳຈຳທີ່ມີຄຸນຄ່າດ້ານວິທະຍາສາດ, ປະຫວັດສາດ. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
20 ປີຜ່ານມາ, ບັນດາມາດຕະການອະນຸລັກຮັກສາທາດຈຳ ສາມາດບັນລຸໄດ້ຜົນງານໃດໜຶ່ງທີ່ແນ່ນອນ. (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ວັນທີ 14 ມີນາ 2022, ອົງການສະຖິຕິ ຫວຽດນາມ ໄດ້ຕັດສິນໃຈສ້າງລະດັບສະຖິຕິ ຫວຽດນາມ ຕໍ່ທາດຝຸຢຽນ, ດ້ວຍມາດຖານ “ທາດຈຳເກົ່າແກ່ ກໍ່ສ້າງດ້ວຍດິນຈີ່ທີ່ຈົມຢູ່ໃຕ້ດອນຊາຍ ແຄມທະເລ ເຊິ່ງຫາກໍ່ໄດ້ຮັບການຂຸດຄົ້ນ ແລະ ອະນຸລັກຄັ້ງທຳອິດໃນໂລກ” (ພາບ: tienphong.vn)
ທາດຈຳ ຄວາມລຶຶກລັບທີ່ຈົມຢູ່ໃຕ້ດອນຊາຍແຄມທະເລຢູ່ເຫ້ວ
ມາຮອດວັນທີ 30 ພຶດສະພາ ປີ 2022, ສະຫະພັນສະຖິຕິ ໂລກ (Worldkings) ຕັດສິນໃຈກຳນົດລະດັບສະຖິຕິໂລກ ຕໍ່ທາດຝຸຢຽນ ດ້ວຍມາດຖານ “ທາດຈຳເກົ່າແກ່ ກໍ່ສ້າງດ້ວຍດິນຈີ່ທີ່ຈົມໃຕ້ດອນຊາຍ ແຄມທະເລ ເຊິ່ງຫາກໍ່ໄດ້ຮັບການຂຸດຄົ້ນ ແລະ ອະນຸລັກຄັ້ງທຳອິດໃນຫວຽດນາມ ແລະໂລກ ” (ພາບ: tienphong.vn)

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-14552.html

In bài biết