16:02 | 26/06/2022

ກໍາປັ່ນທະຫານເຮືອອິນເດຍ ຢ້ຽມຢາມຫວຽດນາມ

ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ຕ້ອນຮັບເສັ້ນທາງບໍລິການໃໝ່ ໄປຍັງຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ໂດຍກົງ ທ່າກໍາປັ່ນຕູ້ຄອນເທນເນີສາກົນ ເຕິນກາງ ຫາຍຟ່ອງ ຕ້ອນຮັບເສັ້ນທາງບໍລິການໃໝ່ ໄປຍັງຝັ່ງຕາເວັນຕົກຂອງສະຫະລັດອາເມລິກາ ໂດຍກົງ
ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນລາວ ຢ້ຽມຢາມຫວຽດນາມ ຢ່າງເປັນທາງການ
ກໍາປັ່ນທະຫານເຮືອອິນເດຍ ຢ້ຽມຢາມຫວຽດນາມ
ກໍາປັ່ນ INS Sahyadri ເຂົ້າທຽບທ່າກຳປັ່ນນະຄອນໂຮ່ຈີມິນ. ພາບ: qdnd.vn

ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທໍາອິດໃນປີ 2022 ຂອງກໍາປັ່ນທະຫານເຮືອອິນເດຍ ແລະກໍ່ແມ່ນຄັ້ງທໍາອິດທີ່ຈັດຕັ້ງບັນດາກິດຈະກໍາພົບປະແລກປ່ຽນໂດຍກົງລະຫວ່າງສອງຝ່າຍພາຍຫຼັງສອງປີຖືກຢຸດຕິຍ້ອນພະຍາດໂຄວິດ-19. ການຢ້ຽມຢາມຄັ້ງນີ້ ເພື່ອແນໃສ່ເຮັດໃຫ້ການພົວພັນມິດຕະພາບ ແລະຮ່ວມມືອັນດີງາມລະຫວ່າງສອງປະເທດເວົ້າລວມ ແລະກອງທັບສອງປະເທດເວົ້າສະເພາະເລິກເຊິ່ງກວ່າອີກ.

ໃນຂອບເຂດການຢ້ຽມຢາມ, ຫົວໜ້າຄະນະ ແລະກຸ່ມນາຍທະຫານບັນຊາກອງເຮືອອິນເດຍໄດ້ວາງພວງມາລາທີ່ອະນຸສາວະລີປະທານໂຮ່ຈີມິນ, ເຂົ້າຢຽມຂໍ່ານັບຜູ້ຕາງໜ້າການນໍາຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ, ກອງບັນຊາການທະຫານເຂດ 7, ກອງບັນຊາການທະຫານເຮືອເຂດ 2... ບັນດານາຍທະຫານ, ລູກເຮືອທະຫານເຮືອອິນເດຍ ຈະແຂ່ງຂັນກິລາມິດຕະພາບກັບພະນັກງານ, ນັກຮົບກອງພົນນ້ອຍ 125, ທະຫານເຮືອເຂດ 2; ຢຽມຢາມທັດສະນິຍະພາບຢູ່ນະຄອນໂຮ່ຈີມິນ. ກໍາປັ່ນທະຫານເຮືອສອງປະເທດກໍ່ຈະດໍາເນີນການຝຶກແອບຮ່ວມການຕິດຕໍ່ສື່ສານ, ເຄື່ອນຍ້າຍຮູບແຖວຢູ່ທະເລ.

Link: https://huunghivietlao.thoidai.com.vn/detail-article-14517.html

In bài biết