Malta ຕີລາຄາສູງທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນທົ່ວໂລກ
ທ່ານ ເຢືອງຫາຍຮືງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຕາລີ ແລະ ສາທາລະນະລັດ Malta ໄດ້ຍື່ນໃບມອບສິດຂອງທ່ານປະທານປະເທດ ຫງວຽນຊວນຟຸກ ເຖິງທ່ານປະທານາທິບໍດີ Malta George Vella.
ພາຍຫຼັງພິທີຍື່ນໃບມອບສິດດັ່ງກ່າວ, ທ່ານປະທານນທິບໍດີ George Vella ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ.
Malta ຕີລາຄາສູງທີ່ຕັ້ງຂອງຫວຽດນາມ ຢູ່ພາກພື້ນ ແລະ ໃນທົ່ວໂລກ. ພາບ: vietnamplus.vn |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ເຢືອງຫາຍຮືງ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວ ແລະ ຄຳອວຍພອນອັນດີງາມຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແລະ ການນຳຂັ້ນສູງຂອງຫວຽດນາມ ມາຍັງປະທານາທິບໍດີ George Vella. ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດຢືນຢັນວ່າ ຈະມານະພະຍາຍາມປະຕິບັດໜ້າທີ່, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາບົນພື້ນຖານການພົວພັນມິດຕະພາບອັນ ດີງາມໃນໄລຍະເກືອບເຄິ່ງສະຕະວັດທີ່ຜ່ານມາໃນປີ 1974.
ທ່ານປະທານປະເທດ George Vella ໄດ້ສະແດງຄວາມປະທັບໃຈ ແລະ ຊົມເຊີຍຕໍ່ບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ, ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານເສດຖະກິດ, ບົດບາດ ແລະ ຖານະທີ່ຕັ້ງຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນບັນດາເວທີປາໄສຫຼາຍຝ່າຍ, ກໍ່ຄືຄວາມຄືບໜ້າຢ່າງເຂັ້ມແຂງໃນການພົວພັນຄູ່ຮ່ວມມືລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (ອີຢູ).
ບູນມີ