ຄັດເລືອກອາຫານເອກະລັກທ້ອງຖິ່ນ 100 ກວ່າເຍື່ອງໃຫ້ “ແຜນທີ່ອາຫານການກິນຂອງຫວຽດນາມ”
AFF Cup 2020: ຫວຽດນາມ ພົບ ໄທ ໃນຮອບຮອງຊະນະເລີດ | |
ທີມຊາດບານເຕະ U.23 ຫວຽດນາມ ມານະພະຍາຍາມໃຫ້ຜ່ານຮອບຄັດເລືອກອາຊີ |
ພາບປະກອບ (ພາບ: tongcucdulich) |
ຕາມນັ້ນແລ້ວ, ໂຄງການຈະປະຕິບັດການສຳຫຼວດ, ຄົ້ນຫາ, ແນະນຳ ແລະ ເກັບກຳຂໍ້ມູນກ່ຽວກັບວັດທະນະທຳອາຫານການກິນຂອງຫວຽດນາມ. ນີ້ໄດ້ຮັບຖືວ່າແມ່ນພື້ນຖານ ເພື່ອນຳເຄື່ອງໝາຍການຄ້າຫວຽດນາມ ອອກສູ່ໂລກໂດຍຜ່ານວັດທະນະທຳອາຫານການກິນ, ຊຸກຍູ້ການແກ່ງແຍ້ງແຫ່ງຊາດ, ພັດທະນາເສດຖະກິດຫວຽດນາມ.
ຕາມແຜນການ, ໃນໄລຍະປີ 2022, ໂຄງການຄາດວ່າຈະເກັບກຳຂໍ້ມູນກ່ຽວກັບອາຫານທີ່ພົ້ນເດັ່ນຂອງຫວຽດນາມ ຈໍານວນ 300 ເຍື່ອງ, ຈາກນັ້ນ ຈະຄັດເລືອກເອົາອາຫານເອກະລັກຂອງທ້ອງຖິ່ນ 100 ເຍື່ອງ. ໝາກຜົນແມ່ນໄດ້ຮອງຮັບໂດຍສະພາວິຊາການຂອງສະມາຄົມ, ພ້ອມກັນນັ້ນ ກໍຍັງທາບທາມການປະເມີນຜົນຂອງຊຸມຊົນໂດຍຜ່ານຊ່ອງທາງສື່ມວນຊົນ ແລະ ເຄືອຂ່າຍສັງຄົມ.
ສິ້ນສຸດໄລຍະປີ 2022, ສະມາຄົມຄາດວ່າຈະສົມທົບກັບກົມທ່ອງທ່ຽວນະຄອນ ໂຮ່ຈີມິນ ເພື່ອຈັດຕັ້ງເຫດການ “ສະຫຼອງ 100 ເອກະລັກດີເດັ່ນພິເສດ ຫວຽດນາມ”, ໂດຍມີການເຕົ້າໂຮມຂອງບັນດາສິນລະປິນທີ່ມາຈາກ 63 ແຂວງ, ນະຄອນໃນທົ່ວປະເທດ.
ມາຮອດໄລຍະປີ 2023, ໂຄງການຄາດວ່າຈະເກັບກຳຂໍ້ມູນອາຫານໄດ້ 1.000 ເຍື່ອງ ແລະ ພັດທະນາໃຫ້ເປັນການສັງລວມກ່ຽວກັບຂໍ້ມູນອາຫານການກິນຫວຽດນາມ. ຜ່ານນັ້ນ, ບັນດາອາຫານພິເສດ, ເອກະລັກເຊິ່ງມີລັກສະນະສະເພາະຂອງແຕ່ລະທ້ອງຖິ່ນ ຈະໄດ້ຄັດເລືອກມາເພື່ອສ້າງຮູບແບບເສດຖະກິດ start up ກັບບັນດານັກຊ່ຽວຊານ, ຈາກນັ້ນ ສ້າງພື້ນຖານເພື່ອນຳອາຫານຫວຽດນາມພັດທະນາຂຶ້ນໃນແຜນທີ່ໂລກ.
ໃນໄລຍະປີ 2024, ໂຄງການຈະຜັນຂະຫຍາຍການຫັນເປັນດິຈິຕອນກ່ຽວກັບພື້ນຖານຂໍ້ມູນໃຫ້ເປັນແຜນທີ່ອາຫານຫວຽດນາມ, ມຸ່ງໄປເຖິງການສ້າງຫໍພິພິທະພັນອາຫານການກິນຫວຽດນາມຕາມການກໍານົດທິດແບບ virtual 3D. ພ້ອມກັນນັ້ນ ກໍແມ່ນຫໍພິພິທະພັນອາຫານການກິນຕົວຈິງ ເພື່ອຮັບໃຊ້ໃຫ້ນັກທ່ອງທ່ຽວມາທ່ຽວຊົມ ແລະ ຊີມອາຫານເອກະລັກຂອງແຕ່ລະທ້ອງຖິ່ນໃນທົ່ວປະເທດ.
ຫອມມາລາ