06:30 | 16/06/2022

ໃຫ້ຄະແນນແກ່ການທ່ອງທ່ຽວຫວຽດນາມ ໃນ 61 ປະເພດຂອງ World Travel Awards ປີ 2022

ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022 ໂວດໃຫ້ການທ່ອງທ່ຽວຫວຽດນາມ ທີ່ລາຍການລາງວັນ World Travel Awards 2022
ງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022 ຈະໄດ້ຈັດຂຶ້ນແຕ່ວັນທີ 11 ມິຖຸນາ - 15 ສິງຫາ ງານບຸນຕ້ອນຮັບລະດູຮ້ອນ ດ່ານັ້ງ ປີ 2022 ຈະໄດ້ຈັດຂຶ້ນແຕ່ວັນທີ 11 ມິຖຸນາ - 15 ສິງຫາ

ໃນ​ລະດັບ​ຊາດ, ປີ 2022, ຫວຽດນາມ ​ໄດ້​ຮັບ​ການສະເໜີໃນ​ຫຼາຍ​ປະ​ເພດ​ລາງວັນ ​ຄື: ຈຸດໝາຍ​ປາຍທາງ​ແຖວ​ໜ້າ​ຂອງ​ອາຊີ, ຈຸດໝາຍ​ປາຍທາງ​ການທ່ອງທ່ຽວຊາຍ​ແດນ​ແຖວ​ໜ້າ​ຂອງ​ອາຊີ, ຈຸດໝາຍ​ປາຍທາງ​ວັດທະນະທຳ​ແຖວ​ໜ້າ​ຂອງ​ອາຊີ, ຈຸດໝາຍ​ປາຍທາງ​ມໍລະດົກ​ທຳ​ມະ​ຊາດ​ແຖວ​ໜ້າ​ຂອງ​ອາຊີ; ຈຸດໝາຍປາຍທາງການທ່ອງທ່ຽວໄວໜຸ່ມຊັ້ນນໍາຂອງອາຊີ. ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຫວຽດ​ນາມ ​ໄດ້​ຮັບ​ການ​ເລືອກສະເໜີ​ໃນປະເພດແມ່ນ​ອົງ​ການ​ຄຸ້ມ​ຄອງ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ​ຂອງ​ອາ​ຊີ.

ໃຫ້ຄະແນນແກ່ການທ່ອງທ່ຽວຫວຽດນາມ ໃນ 61 ປະເພດຂອງ World Travel Awards ປີ 2022
ໃຫ້ຄະແນນແກ່ການທ່ອງທ່ຽວຫວຽດນາມ ໃນ 61 ປະເພດຂອງ World Travel Awards ປີ 2022. (ພາບ: tuyengiahagiang.gov.vn)

ບັນດາ​ທ້ອງ​ຖິ່ນ, ເຂດ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ຫວຽດນາມ ກໍ່ໃນລາຍຊື່​​ຄັດ​ເລືອກ​ໃນປະເພດ​ລາງວັນ​ປີ​ນີ້ ​ຄື: ຮ່າ​ໂນ້ຍ, ​ໂຮ້ຍອານ, ​ເຫ້ວ, ດາ​ນັງ, ອ່າວຮ່າ​ລອງ, ປ່າ​ສະຫງວນ​ແຫ່ງ​ຊາດ​ກູ​ກເຟືອງ, … ມີຫຼາຍ​ເຄື່ອງ​ໝາຍ​ການຄ້າຂອງ​ຫວຽດນາມ​ທີ່​ມີ​ຊື່​ສຽງ​ໃນ​ຂົງ​ເຂດໂຮງແຮມ, ຣີສອດ, ສາຍການບິນ, ສະໜາມບິນ, ທ່າເຮືອທະເລ... ກໍຖືກສະເໜີຊື່ເຂົ້າຮັບລາງວັນຂອງ WTA 2022./.

ມາຮ່ວມໂຫວດໃຫ້ການທ່ອງທ່ຽວຫວຽດນາມທີ່ WTA Awards 2022! ວິທີເຮັດຄືດັ່ງນີ້:

ເຂົ້າເວັບໄຊທ໌: https://www.worldtravelawards.com/vote ແລະ ປະຕິບັດຕາມຂັ້ນຕອນ:

1. ລົງທະບຽນເພື່ອສ້າງບັນຊີການໃຫ້ຄະແນນ.

2. ຢືນຢັນບັນຊີຢູ່ໃນອີເມລ໌ລົງທະບຽນ.

3. ເລືອກ “Continue Voting”, ຈາກນັ້ນເລືອກ “Asia”.

4. ເລືອກ​ເອົາ​ບັນດາ​ປະ​ເພດ​ທີ່​ຫວຽດນາມ​ໄດ້​ຮັບ​ການ​ສະເໜີເລືອກ​ ​ແລະ ໃຫ້​ຄະ​ແນນ​ແກ່​ຫວຽດນາມ.

ໄລຍະເວລາໃຫ້ຄະແນນ: ແຕ່ວັນທີ 30 ພຶດສະພາ ຫາ 31 ສິງຫາ 2022.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-14413.html

In bài biết