ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ
ໃນ 2 ວັນ, ແຕ່ວັນທີ 11-12 ມິຖຸນາ, ຢູ່ສວນສາທາລະນະ ບ໊ຽນດົງ (ດ່າໜັງ), ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດ່າໜັງ ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ພ້ອມກັບບັນດາອົງການ, ຫົວໜ່ວຍທີ່ກ່ຽວຂ້ອງ ໄດ້ຈັດຕັ້ງງານບຸນ Yoga ສາກົນ - ດ່າໜັງ 2022.
ງານບຸນ Yoga ສາກົນ - ດ່າໜັງ ສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ຫວຽດນາມ - ອິນເດຍ. ພາບ: vov.vn |
ທ່ານ ຫງວຽນຫງອກບິ່ງ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ດ່າໜັງ, ຫົວໜ້າຄະນະຈັດຕັ້ງງານບຸນ ໃຫ້ຮູ້ວ່າ: ໂຄງການນີ້ແມ່ນເພື່ອແນໃສ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອິນເດຍ (1972- 2022), 15 ປີແຫ່ງວັນສ້າງຕັ້ງການ ພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອິນເດຍ (2007-2022) ແລະ ສະເຫຼີມສະຫຼອງວັນ Yoga ສາກົນ ຄັ້ງທີ 8 (ວັນທີ 21 ມິຖຸນາ 2015 – ວັນທີ 21 ມິຖຸນາ 2022) ຢູ່ນະຄອນ ດ່າໜັງ.
ຜ່ານ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ, ການພົວພັນລະຫວ່າງ ຫວຽດນາມ ແລະ ອິນເດຍ ໄດ້ມີບາດກ້າວພັດທະນາກະໂດດຂັ້ນໃນທຸກໆຂົງເຂດ. ຢູ່ນະຄອນ ດ່າໜັງ, ໃນຫຼາຍປີມານີ້, ສະຫະພັນບັນດາອົງການຈັດຕັ້ງ ມິດຕະພາບ ແລະ ສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ນະຄອນ ດ່າໜັງ ໄດ້ສົມທົບກັບສະຖານທູດ ອິນເດຍ ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວທີ່ຟົດຟື່ນມ່ວນຊື່ນ, ດຶງດູດຜູ້ເຂົ້າຮ່ວມນັບພັນຄົນ ຄື: ງານບຸນ Yoga ປະຈໍາປີ, ງານມະໂຫລານຮູບເງົາ ອິນເດຍ ຢູ່ ຫວຽດນາມ; ... ບັນດາລາຍ ການສະແດງສິລະປະ, ພົບປະແລກປ່ຽນວັດທະນະທຳ, ມອບ ແລະ ປູກຕົ້ນໂພ ທີ່ມີຕົ້ນກຳເນີດມາຈາກດິນແດນຂອງພະພຸດທະເຈົ້າ Bodhi Gaya; ການພົບປະແລກປ່ຽນ, ການໂອ້ລົມສົນທະນາທາງອອນລາຍລະຫວ່າງສອງປະເທດ...
ບູນມີ