ເຂົ້າເຕິມປູ ດຶງດູດແຂກຊາວໄຊງ່ອນ
ຂຸດຄົ້ນມໍລະດົກອ່າວຮ່າລອງ ເໝາະສົມກັບການອະນຸລັກມໍລະດົກ, ຕິດພັນກັບການພັດທະນາການທ່ອງທ່ຽວແບບຍືນຍົງ | |
ຂີດໝາຍ “ສັບປະດາວັດທະນະທຳທ່ອງທ່ຽວ 6 ແຂວງເຂດຫວຽດບັກ, ພາກເໜືອ”ທີ່ນະຄອນຫຼວງຮ່າໂນ້ຍ” |
ແວ່ຢາມຮ້ານອາຫານ ໃກ້ກັບຕົ້ນຖະໜົນ ບິ່ງເທິ໊ຍ, ວົງວຽນ ເລດ້າຍແຮ່ງ, ເມືອງ 11 ໃນຕອນທ່ຽງ, ແຂກທ່ອງທ່ຽວຈະເຫັນຫຼາຍຄົນ ຈອດລົດຈັກ ລໍຖ້າຊື້ເຂົ້າເຕິມກັບບ້ານ. ເຈົ້າຂອງຮ້ານ ແລະ ພະນັກງານກໍາລັງສັ່ງເຂົ້າຢ່າງຕໍ່ເນື່ອງ, ຊໍາລະເງິນໃຫ້ລູກຄ້າ, ແລະ ເຮືອນຄົວ ບໍ່ມີເວລາໄດ້ພັກຜ່ອນ.
ເຂົ້າເຕິມປູ ດຶງດູດແຂກຊາວໄຊງ່ອນ. ພາບ: vnexpress.net |
ຮ້ານອາຫານເປີດແຕ່ 6 ໂມງເຊົ້າ ຫາ 22ໂມງທຸກມື້, ມີບ່ອນຈອດລົດ ສຳລັບລົດຈັກ ແລະ ລົດໂອໂຕ, ແຕ່ຮ້ານອາຫານມີໂຕະ ແລະ ຕັ່ງນັ່ງບໍ່ຫຼາຍປານໃດ, ຮັບໃຊ້ແຂກໄດ້ເຖິງ 20-25 ຄົນໃນເວລາດຽວກັນ, ບັນຍາກາດໃນຮ້ານເຢັນສະບາຍ ແລະ ສະອາດ. ລາຄາເຂົ້າຮ້ານກໍ່ແພງກວ່າເລັກໜ້ອຍ, ເຂົ້າກະດູກຂ້າງປີ້ງແມ່ນແຕ່ 45.000 ດົ່ງ/ຈານ.
ລາຄາເຂົ້າແມ່ນ 65.000 ດົ່ງ/ຈານ, ລູກຄ້າທີ່ກິນແກງ ໝາກໄສ່ຍັດຊີ້ນ, ແກງສົ້ມ ຈະເກັບເພີ່ມແຕ່ 15.000 – 20.000 ດົ່ງ/ຖ້ວຍ.ຢູ່ໃນຮ້ານມີອາຫານປະມານ 20 ເຍື່ອງທີ່ນໍາສະເຫນີໄດ້ຈັດຢ່າງສວຍງາມ, ທ່ານຈະປະທັບໃຈກັບຂະຫນາດຄວາມໃຫຍ່ຂອງອອງກະປູ, ແຫນ້ນເຕັມ ແລະ ນໍ້າຫນັກປະມານ 250 ກຼາມ, ເຊິ່ງທໍາອິດເບິ່ງຄືວ່າກະປູທະເລຕົ້ມ. ນອກຈາກອາຫານ “ຕົ້ນຕໍ”, ແມ່ນເຂົ້າກະດູກຂ້າງປີ້ງແລ້ວ ເຊິ່ງຢໍ່ປູ ກໍ່ເປັນອາຫານທີ່ລູກຄ້າມັກຫຼາຍ, ຢູ່ຮ້ານ ມື້ໜຶ່ງຂາຍໄດ້ເປັນຮ້ອຍອັນ.
ບູນມີ