ຄວາມງາມດັ່ງໃນຝັນຂອງຖະໜົນແຄມໜອງ ຕວຽນເລິມ
ຫວຽດນາມ ຕອບສະໜອງວັນໂລກບໍ່ສູບຢາ | |
ຫວຽດນາມຈັດກອງປະຊຸມສຳມະນາຮ່ວມ ກ່ຽວກັບການປົກປ້ອງແຫຼ່ງນໍ້າ ແລະ ພື້ນຖານໂຄງລ່າງການສະໜອງນໍ້າໃນການປະທະອາວຸດ |
![]() |
ໃກ້ກັບສະຖານທີ່ທ່ອງທ່ຽວຖະໜົນໃຕ້ດິນເດິດແຊັດ, ມີເຂດສະເພາະທີ່ສະຫງວນໃຫ້ແກ່ບັນດາຜູ້ຄົນທີ່ຢາກ Camping ແບບເສລີ ຢູ່ແຄມໜອງ ຕວຽນເລິມ ໝົດຄືນ. ພາບ: ທີເອິນ |
![]() |
ຈຸດເວລາງາມທີ່ສຸດເພື່ອມາແຫ່ງນີ້ແມ່ນຍາມຕອນເຊົ້າ, ເວລານັ້ນເສັ້ນທາງໃຕ້ດິນເດິດແຊັດຫາກໍ່ເປີດປະຕູ. ແຂກທ່ອງທ່ຽວສາມາດຝາກລົດ ແລະ ສັ່ງອາຫານເຊົ້າທີ່ລຽບງ່າຍ ແລ້ວກໍ່ທັງກິນທັງຟັງຊາວດ່າລາດລົມກັນ. ພາບ: ທີເອິນ |
![]() |
ພາຍຫຼັງກິນເຂົ້າເຊົ້າແລ້ວ, ພຽງແຕ່ຍ່າງໄປຍັງໜອງທີ່ຢູ່ທາງໜ້າ ແລະ ເດີນໄປຕາມທາງຖະໜົນນ້ອຍເພື່ອຢ້ຽມຊົມໜອງພາຍໃຕ້ແສງແດດຂອງຕອນເຊົ້າ, ທຸກຄົນລ້ວນແຕ່ຮູ້ສຶກສະບາຍໃຈ. ພາບ: ທີເອິນ |
![]() |
ເມື່ອຕາເວັນຂຶ້ນ, ແສງແດດຈະຜ່ານປ່າແປກ ແລະ ສ່ອງລົງບົນໜ້າໜອງທີ່ມີສີຂຽວສົດໃສ. ພາບ: ທີເອິນ |
![]() |
ນັກທ່ອງທ່ຽວຈະພົບເຫັນບັນດາຕູບທີ່ຕັ້ງແຕ່ມື້ຄືນ, ບັນດາບ່ອນຂອງຄູ່ຮັກ, ບັນດາຄອບຄົວ ຫຼື ກຸ່ມເພື່ອນມິດທີ່ຫາກໍ່ຕື່ນນອນ ແລະ ກະກຽມເຂົ້າເຊົ້າ. ພາບ: ທີເອິນ |
![]() |
ເວົ້າລວມແມ່ນ ເສັ້ນທາງນ້ອຍ, ແຕ່ມີບາງຕອນຖະໜົນກວ້າງ, ລົດໃຫຍ່ກໍ່ສາມາດຜ່ານໄດ້. ພາບ: ທີເອິນ |
![]() |
ເຂດມີຄົນຜ່ານນັ້ນ ຈະເຫັນໄດ້ວ່າດິນຊຸ່ມກ່ວາ ແລະ ຕົ້ນໄມ້ດົກໜາກວ່າ. ພາບ: ທີເອິນ |
![]() |
ເມື່ອຕາເວັນຂຶ້ນສູງ ກໍ່ແມ່ນຮອດຍາມເວລານັກທ່ອງທ່ຽວສິ້ນສຸດການເດີນຕາມທາງຂອງຕົນ ແລະ ເລີ່ມຕົ້ນການຄົ້ນຫາເສັ້ນທາງໃຕ້ດິນເດິດແຊັດ ຫຼື ບັນດາສະຖານທີ່ຕ່າງໆ. ພາບ: ທີເອິນ |
![]() |
ດ່າລາດແມ່ນບ່ອນທີ່ເປັນໜ້າຈັບໃຈ ແລະ ກໍ່ເຮັດໃຫ້ທຸກຄົນຮູ້ສຶກເພິ່ງພໍໃຈ. ສຳລັບຄົນທີ່ມັກຮັກທຳມະຊາດ, ຕອນເຊົ້າມື້ໜຶ່ງໄດ້ຍ່າງຢູ່ອ້ອມແອ້ມໜອງຕວຽນເລິມ ແມ່ນການລົງພຶດຕິກຳຕົວຈິງທີ່ເປັນໜ້າລອງ. ພາບ: ທີເອິນ |
ບຸນຄົງ