19:00 | 28/05/2022

ພິທີໄວ້ອາໄລ ແລະ ຝັງອັດຖິຂອງນັກຮົບຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ

ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ ພິທີໄວ້ອາໄລ, ປົງອັດຖິນັກຮົບຫວຽດນາມ ເສຍສະຫຼະຊີວິດເພື່ອຊາດຢູ່ລາວ 24 ຊຸດ
ພິທີໄວ້ອາໄລ ແລະ ປົງສົບນັກຮົບ 15 ຄົນ ທີ່ສະລະຊີວິດເພື່ອຊາດໃນລາວ ພິທີໄວ້ອາໄລ ແລະ ປົງສົບນັກຮົບ 15 ຄົນ ທີ່ສະລະຊີວິດເພື່ອຊາດໃນລາວ
ພິທີໄວ້ອາໄລ ແລະ ຝັງອັດຖິຂອງນັກຮົບຫວຽດນາມທີ່ເສຍສະຫຼະຊີວິດຢູ່ລາວ
ເຂົ້າຮ່ວມໃນພິທີຢູ່ລາວມີສະຖານກົງສູນໃຫຍ່ຫວຽດນາມປະຈຳພາກເໜືອລາວ; ຄະນະກຳມະການວຽກງານພີເສດຂອງລັດຖະບານລາວ ແລະ 3 ແຂວງວຽງຈັນ, ໄຊສົນບູນ, ຊຽງຂວາງ (ລາວ); ຕາງໜ້າຄະນະປະຕິບັດງານພິເສດແຂວງເງະອານ; ປະຊາຊົນ, ບັນດາອົງການ ແລະ ຊຸມຊົນ ຊາວຫວຽດນາມທີ່ກຳລັງທຳມາຫາກິນ, ດຳລົງຊີວິດຢູ່ທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ. ພາບ: TTXVN

ຕອນເຊົ້າວັນທີ 25 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເມືອງງີໂລກ, ຄະນະພັກແຂວງ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງເງະອານ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ຝັງ 103 ອັດຖິຂອງທະຫານອາສາສະໝັກ, ຊ່ຽວຊານຫວຽດນາມ ທີ່ໄດ້ຕໍ່ສູ້ຢ່າງພິລະອາດຫານ, ເສຍສະຫຼະຊີວິດເພື່ອໜ້າທີ່ສາກົນຢູ່ລາວ.

ອ່ານປະຫວັດທີ່ພິທີ, ຮອງປະທານຄະນະກຳມະການປະຊາຊົນແຂວງເງະອານ, ຫົວໜ້າຄະນະຊີ້ນຳ 515 ແຂວງເງະອານ ໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຢ່າງເລີກເຊິ່ງຕໍ່ຜົນງານອັນໃຫຍ່ຫຼວງ ຂອງບັນດານັກຮົບວິລະຊົນທີ່ໄດ້ອຸທິດ, ເສຍສະຫຼະຊີວິດເພື່ອພາລະກິດສ້າງສາ, ປົກປັກຮັກສາປະເທດຊາດ ແລະ ປະຕິບັດພັນທະສາກົນທີ່ສູງສົ່ງຢູ່ລາວ.

ການເສຍສະຫຼະຊີວິດຂອງບັນດານັກຮົບ ໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດສອງປະເທດ, ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບແບບພິເສດ ແລະ ໜ້າປະຫວັດສາດທີ່ພິລະອາດຫານ ຂອງສອງຊົນເຜົ່າ ຫວຽດນາມ-ລາວ.

ທ່ານ ສີວິໄລ ແສງຈະເລີນ, ຮອງເຈົ້າແຂວງ, ຫົວໜ້າຄະນະວຽກງານພິເສດແຂວງຊຽງຂວາງ (ລາວ), ກ່າວປາໄສຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວມີຄວາມຮູ້ບຸນຄຸນຕະຫຼອດໄປ ຕໍ່ທະຫານອາສາສະໝັກ, ຊ່ຽວຊານຫວຽດນາມໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ; ພ້ອມທັງຢືນຢັນຈະເຮັດສຸດຄວາມສາມາດຂອງຕົນໃນການເສີມສ້າງສາຍພົວພັນມິດຕະພາບຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ພົວພັນຮ່ວມມືຮອບດ້ານຫວຽດ-ລາວ.

ກ່ອນນັ້ນ, ໃນສອງວັນ (22-23 ພຶດສະພາ), ຢູ່ແຂວງຊຽງຂວາງ (ລາວ) ໄດ້ຈັດພິທີມອບຮັບ ແລະ ສົ່ງ 103 ອັດຖິທະຫານອາສາສະໝັກ, ຊ່ຽວຊານຫວຽດນາມທີ່ໄດ້ສູ້ຮົບ, ເສຍສະຫຼະຊີວິດຢູ່ລາວ ກັບບ້ານ. ນີ້ແມ່ນບັນດາອັດຖິທີ່ໄດ້ກອງເຕົ້າໂຮມ, ກອງບັນຊາການທະຫານແຂວງເງະອານຊອກຫາ ແລະ ຂຸດສົບໃນລະດູແລ້ງ 2021-2022.

ເຂົ້າຮ່ວມໃນພິທີຢູ່ລາວມີສະຖານກົງສູນໃຫຍ່ຫວຽດນາມປະຈຳພາກເໜືອລາວ; ຄະນະກຳມະການວຽກງານພີເສດຂອງລັດຖະບານລາວ ແລະ 3 ແຂວງວຽງຈັນ, ໄຊສົນບູນ, ຊຽງຂວາງ (ລາວ); ຕາງໜ້າຄະນະປະຕິບັດງານພິເສດແຂວງເງະອານ; ປະຊາຊົນ, ບັນດາອົງການ ແລະ ຊຸມຊົນ ຊາວຫວຽດນາມທີ່ກຳລັງທຳມາຫາກິນ, ດຳລົງຊີວິດຢູ່ທ້ອງຖິ່ນເຂົ້າຮ່ວມຢ່າງຫຼວງຫຼາຍ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-14160.html

In bài biết