ລາຍເຈົາອະນຸຍາດໃຫ້ສິນຄ້າຜ່ານດ່ານຊາຍແດນ ມາລູທ່າງ ຄືນໃໝ່
![]() |
ລາຍເຈົາອະນຸຍາດໃຫ້ສິນຄ້າຜ່ານດ່ານຊາຍແດນ ມາລູທ່າງ ຄືນໃໝ່ (ພາບ: TTXVN) |
ວັນທີ 25 ພຶດສະພາ, ທ່ານ ຫວູຮູຍຮ່ວາ, ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ມາລູທ່າງ ໃຫ້ຮູ້ວ່າ, ນັບແຕ່ວັນທີ 24 ພຶດສະພາ, ການເຄື່ອນໄຫວນຳເຂົ້າສົ່ງອອກສິນຄ້າຜ່ານຄູ່ຊາຍແດນ ມາລູທ່າງ (ຕາແສງ ມາລີຟໍ ເມືອງ ຟອງໂທຖ ແຂວງ ລາຍເຈົາ) ແລະ ກິມທຸຍຮ່າ (ຈີນ) ເລີ່ມເຄື່ອນໄຫວການຄ້າເຂດຊາຍແດນຄືນໃໝ່ພາຍຫຼັງຍຸດຕິການເຄື່ອນໄຫວໄລຍະຍາວ.
ສອງຝ່າຍໄດ້ເຫັນດີເປັນເອກະພາບຫຼາຍເນື້ອໃນເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ແກ່ວຽກງານນຳສົ່ງສິນຄ້າຜ່ານດ່ານຊາຍແດນ, ພ້ອມທັງ, ກຳນົດການຮັບປະກັນບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ - 19 ຢ່າງເຂັ້ມງວດ.
ສອງຝ່າຍໄດ້ເປັນເອກະພາບບາງເນື້ອໃນຄື ສອງຝ່າຍຕ້ອງປະຕິບັດວຽກງານຂ້າເຊື້ອ ແລະ ກວດຫາເຊື້ອໃນວິວັດການປະຕິບັດການສົ່ງອອກນຳເຂົ້າສິນຄ້າ ໃຫ້ເປັນຢ່າງດີ ແລະ ຕ້ອງມີໃບຢັ້ງຢືນຂ້າເຊື້ອ, ຜົນກວດຫາເຊື້ອໃນເວລາ 24 ຊົ່ວໂມງ.
ສອງຝ່າຍມີສະຖານທີ່ຈັດສົ່ງລົດ ເມື່ອມອບຮັບສິນຄ້າ ແລະ ຜູ້ຂັບລົດຕ້ອງມີໃບຢັ້ງຢືນກ່ຽວກັບການຂ້າເຊື້ອສິນຄ້າ, ກວດຫາເຊື້ອໂຄວິດ - 19, ຝ່າຍຈີນກໍ່ຈະລົບລ້າງຂໍ້ກຳນົດທີ່ບັນທຸກນ້ຳໜັກ 30 ໂຕນສຳລັບທັງລົດ ແລະ ສິນຄ້າເມື່ອຜ່ານຂວາ, ບໍ່ຈຳກັດການສະໜອງບັດໃຫ້ແກ່ລົດທີ່ເຄື່ອນໄຫວການຂົນສົ່ງສິນຄ້ານຳເຂົ້າສົ່ງອອກ.
ຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ມາລູທ່າງ ໄດ້ສ້າງຕັ້ງຄືນກຸ່ມຕິດຕາມກວດກາການປ້ອງກັນ, ຕ້ານພະຍາດ ແລະ ຈັດສົ່ງພາຫະນະຂົນສົ່ງ, ສິນຄ້າ, ຮັບປະກັນການຕິດຕາມກວດກາຢ່າງເຂັ້ມງວດຕາມແຜນການ “ສ້າງເຂດປອດໄພຮັບໃຊ້ການນຳເຂົ້າ, ສົ່ງອອກສິນຄ້າ ຜ່ານດ່ານຊາຍແດນ ມາລູທ່າງ” ຂອງຄະນະກຳມະການປະຊາຊົນແຂວງລາຍເຈົາ ປະກາດໃຊ້.
ທ່ານ ໂດວັນຄອຍ, ຫົວໜ້າວິສາຫະກິດ ມາຍຮຶງ, ຕາແສງມາລີຟໍ ເມືອງຟອງໂຖ ແບ່ງປັນວ່າ ເວລາຜ່ານມາຍ້ອນການປິດປະຕູມາເປັນເວລາຍາວ, ສິນຄ້າຂອງວິສາຫະກິດພວມໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງດ້ວຍມູນຄ່າປະມານ 10 ຕື້ດົ່ງ. ດ່ານຊາຍແດນເຄື່ອນໄຫວຄືນແມ່ນສັນຍານທີ່ດີໃຫ້ແກ່ວິສາຫາກິດເພື່ອສົ່ງອອກສິນຄ້າພາຍຫຼັງໄລຍະຍາວທີ່ຢຸດຕິການເຄື່ອນໄຫວ. ເຖິງຢ່າງໃດກໍ່ຕາມ, ວິສາຫາກິດຍັງຕ້ອງຕິດຕາມສະພາບການລະອຽດຈິ່ງສົ່ງອອກສິນຄ້າ.
ກ່ອນໜ້ານັ້ນ, ຍ້ອນສະພາບການສັບສົນຂອງພະຍາດໂຄວິດ - 19, ຝ່າຍຈີນຕ້ອງຢຸດຕິການນຳເຂົ້າສຳລັບສິນຄ້າທຸກຊະນິດຈາກຝ່າຍຫວຽດນາມ ຜ່ານດ່ານຊາຍແດນດັ່ງກ່ວ ນັບແຕ່ວັນທີ 23 ຕຸລາ ປີ 2021 ເຮັດໃຫ້ຜະລິດຕະພັນກະເສດຂອງ ແຂວງລາຍເຈົາ ປະສົບກັບຄວາມຫຍຸ້ງຍາກໃນການຊົມໃຊ້.
ບຸນຄົງ