ພິທີປິດຊີເກມ 31
ສຳນັກຂ່າວສານ AFP ລົງບົດຂຽນກ່ຽວກັບ 5 ປະເພດກິລາທີ່ໜ້າສົນໃຈໃນ ງານມະຫາກໍາກິລາ ຊີເກມ 31 | |
ບໍລິການລົດເມຟຣີ “Hanoi City tour” ໃຫ້ແກ່ຜູ້ແທນຊີເກມ 31 |
ພິທີປິດຊີເກມ 31. ພາບ: laodong.vn |
ຕອນຄ່ຳວັນທີ 23 ພຶດສະພາ ໄດ້ຈັດພິທີປິດງານມະຫາກຳກິລາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (ຊີເກມ 31) ຢູ່ ສະໂມສອນກິລາແລ່ນ ແລະ ລານໃນຮົ່ມ (ຮ່າໂນ້ຍ).
ຜູ້ກຳກັບໃຫຍ່ຂອງພິທີເປີດ ແລະ ປິດ ຊີເກມ31, ທ່ານ ເຈີ່ນລີລີ ນັກສີລະປີນດີເດັ່ນ ໃຫ້ຮູ້ວ່າ: ບໍ່ມີ ບັນດາຈໍສາກເທັກໂລໂນຊີ, ເຕັກນິກຮູບພາບ, ປະເທດເຈົ້າພາບ ຊີເກມ 31 - ຫວຽດນາມ ຈະຝາກຄຳສະບາຍດີອັນອົບອຸ່ນ, ຄວາມຮັກແພງທີ່ສຸດຕໍ່ເພື່ອນມິດໃນພາກພື້໊ນ ໃນພິທີປິດງານໄດ້ຈັດຂຶ້້ນໃນປະມານ 90 ນາທີ.
ພິທີເປີດ ແມ່ນບັນດາຈໍສາກໃຫຍ່, ເທັກໂລໂນຊີອະລັງການ; ລາຍການປິດລົງຢ່າງອົບອຸ່ນ, ໃກ້ຊິດສະໜິດແໜ້ນ, ເປັນກັນເອງກັບຈິດໃ ລວມ "ເຕົ້າໂຮມ ເພື່ອເເປັ່ງປະກາຍ".
ບັນດານັກກິລາໄດ້ຜ່ານການແຂ່ງຂັນຫຼາຍຄັ້ງ ແລະ ຜ່າຍກະຈາຍຄວາມສາມາດໃນເວທີແຂ່ງຂັນ ຂອງ ຊີເກມ31. ພິທີປິດແມ່ນວິນາທີເພື່ອຍ້ອງຍໍ, ສັນລະເສີນພວກເຂົາ ແລະ ແຜ່ກະຈາຍນໍ້າໃຈກິລາ.
ນັກສີລະປີນ ເຈີ່ນລີລີ ເນັ້ນໜັກ: ນັກກິລາ ທັງໝົດທີ່ມາເຂົ້າຮ່ວມ ຊີເກມ 31 ລ້ວນແຕ່ເປັນຄົນຊະນະ. ເປັນພິທີປິດຈະຄືຄຳໜຶ່ງທີ່ສະແດງຄວາມຮູ້ບູນຄຸນ ແລະ ນັດພົບທຸກຄົນຄືນໃໝ່ຂອງປະເທດເຈົ້າພາບ ຫວຽດນາມ.
ຜູ້ກຳກັບງານໃຫຍ່ ເຈີ່ນລີລີ ໃຫ້ຮູ້ວ່າ ເວທີສະແດງໃນຮົ່ມທີ່ກະທັດຮັດ ແຕ່ທັນສະໄໝ, ອອກແບບຄືຮູບໂຕອັກສອນ V, ໜ້າຈໍຮູບໂຕອັກສອນ V, ມີລັກສະນະເອກະລັກແມ່ນ ຫວຽດນາມ, ແມ່ນໄຊຊະນະ (Victory) ແລະ ກໍແມ່ນອ້ອມແຂນທີ່ເປັນກັນເອງ, ອ້າອອກກວ້າງກັບເພື່ອນມິດສາກົນ, ກໍຄືປີກຂອງນົກສັນຕິພາບ, ເອກະລັກຂອງຄວາມສັນຕິພາບ.
ໄຊພອນ