10:46 | 25/05/2022

ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52

The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022 The New York Times: ເຂດ​ທົ່ງ​ພຽງ​ແມ່​ນ້ຳ​​ແດງ​ທາງ​ພາກເໜືອ ນອນ​ໃນ​ບັນຊີ​ລາຍ​ຊື່ສະ​ຖານ​ທີ່​ທ່ອງ​ທ່ຽວ 52 ແຫ່ງ​ໃນ​ປີ 2022
ກອງປະຊຸມ AMM 52: ບັນດາລັດຖະມົນຕີຕ່າງປະເທດ ເປັນເອກະພາບນຳກັນການ ຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ ກອງປະຊຸມ AMM 52: ບັນດາລັດຖະມົນຕີຕ່າງປະເທດ ເປັນເອກະພາບນຳກັນການ ຮັກສາ ແລະ ຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບ ຢູ່ ທະເລຕາເວັນອອກ
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52
ການເຄື່ອນໄຫວຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ທີ່ WEF ຄັ້ງທີ 52. ພາບ: TTXVN

ທີ່​ການ​ພົບ​ປະ​ກັບ​​ທ່ານ Alok Sharma ລັດຖະມົນຕີ, ປະທານ COP26, ທ່ານ ເລມິງຄ໊າຍ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ປະຕິບັດ​ຫຼາຍ​ມາດ​ຕະການສັງລວມ, ​ຮອບດ້ານ​ໃນ​ຂົງ​ເຂດ​ຫັນປ່ຽນ​ພະລັງງານ ​ແລະ ການ​ຫັນປ່ຽນ​ຮູບ​ແບບ​ການ​ເຕີບ​ໂຕ​ຕາມທິດສີຂຽວ, ໝູນວຽນ ​ເພື່ອ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ COP26. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ​ແບ່ງປັນເລື່ອງທັງ​ຮັບ​ປະ​ກັນ​ຄວາມ​ໝັ້ນຄົງ​ດ້ານ​ພະ​ລັງ​ງານເພື່ອຮັບໃຊ້ເປົ້າໝາຍ​ເຕີບ​ໂຕ ແລະ ​ທັງ​ຫຼຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ແມ່ນ​ບັນ​ຫາ​ສັບ​ສົນ​ທີ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ປະ​ຊາ​ຄົມ​ສາ​ກົນ​ກ່ຽວ​ກັບ​ແຫຼ່ງ​ຊັບ​ພະ​ຍາ​ກອນ, ເຕັກ​ໂນ​ໂລ​ຢິ, ກໍາລັງຄວາມສາມາດໃນການຄຸ້ມຄອງ, ຍ້ອນເຫດນັ້ນ, ຫວຽດນາມ ປາດຖະໜາຢາກໃຫ້ ອັງກິດ, ອີຢູ ແລະ ບັນດາປິເທດ G7 ຕ່າງໆ ​ຈະ​ມີ​ຄຳ​ໝັ້ນ​ສັນຍາລະອຽດ​ໂດຍ​ໄວ ​ເພື່ອ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ນີ້.

ທີ່​ການ​ພົບ​ປະ​ກັບ​ທ່ານ​ປະທານ WEF Borge Brende, ທ່ານ​ຮອງ​ນາຍົກລັດຖະມົນຕີ ປາດ​ຖະໜາ​ວ່າ WEF ຈະສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ຕໍ່​ລະຫວ່າງ​ລັດຖະບານ ​ແລະ ບັນດາ​ວິ​ສາ​ຫະກິດ​ໃນ​ການ​ຜັນ​ຂະຫຍາຍ​ທ່າ​ອ່ຽງພັດທະນາ ​ແລະ ຊຸກຍູ້​ບັນດາກໍາລັງໜູນການ​ເຕີບ​ໂຕ​ໃໝ່.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Henrik Anderson ​ປະທານ​ທັງເປັນ​ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍລິສັດ Vestas Wind Systems ແລະ ທ່ານ Marcos Troyjo ປະທານ​ທະນາຄານ​ພັດທະນາ​ໃໝ່ (NDB).

ບູນມີ

Link: https://huunghivietlao.thoidai.com.vn/detail-article-14120.html

In bài biết