ນັກການເມືອງອາເມລິກາ ຕີລາຄາສູງບົດກ່າວປາໄສຂອງນາຍົກລັດຖະມົນຕີຫວຽດນາມ ຢູ່ CSIS
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - ອາເມລິກາ ສະໄໝພິເສດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ໄດ້ກ່າວຄຳປາໄສຢູ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນຂອງອາເມລິກາ (CSIS), ໂດຍໄດ້ຖ່າຍທອດສານກ່ຽວກັບຄວາມຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບໃນການຮ່ວມມືສາກົນເພື່ອແກ້ໄຂບັນຫາ ເຖິງຈະເປັນປະເທດໃຫຍ່ ຫຼື ປະເທດນ້ອຍ, ຮັ່ງມີ ຫຼື ທຸກຍາກ ກໍຕ້ອງຮ່ວມແຮງຮ່ວມໃຈກັນ, ຢືນຢັນວ່າ ຫວຽດນາມ ຢືນຢູ່ຂ້າງຄວາມຍຸຕິທຳ, ຊອບທໍາ, ກົດໝາຍສາກົນ. ສານດັ່ງກ່າວໄດ້ຮັບການຕີລາຄາສູງຈາກວົງການການເມືອງ, ນັກຮຽນຮູ້ ແລະ ບັນດາອົງການການທູດ.
![]() |
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳປາໄສຢູ່ສູນຄົ້ນຄວ້າຍຸດທະສາດ ແລະ ສາກົນຂອງອາເມລິກາ (CSIS). ພາບ: TTXVN |
ຜູ້ອຳນວຍການໂຄງການຂໍ້ລິເລີ່ມຄວາມໂປ່ງໃສການເດີນທະເລອາຊີ ສັງກັດ CSIS, ທ່ານ Gregory B.Poling ໄດ້ຕີລາຄາວ່າ: “ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ໄດ້ສົ່ງບັນດາສານສຳຄັນ, ຮອບດ້ານ ແລະ ບັນດາຄຳໝັ້ນສັນຍາຕໍ່ບັນດາບັນຫາທີ່ມີລັກສະນະທົ່ວໂລກຂອງຫວຽດນາມ. ສານທີ່ມີຄວາມເຂັ້ມແຂງທີ່ສຸດຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ລະຫວ່າງການເຈລະຈາ ແລະ ການປະທະກັນ, ຫວຽດນາມ ເລືອກເອົາການເຈລະຈາ, ບໍ່ເລືອກສົງຄາມ, ເລືອກເອົາການຮ່ວມມື ແລະ ການແກ່ງແຍ້ງຢ່າງປອດໃສ... ເຖິງວ່າຈະເປັນປະເທດພວມພັດທະນາກໍ່ຕາມ, ແຕ່ ຫວຽດນາມ ໄດ້ສະແດງຄວາມຮັບຜິດຊອບ ແລະ ຄວາມຕັດສິນໃຈຢ່າງໃຫຍ່ຫຼວງໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປະຕິບັດຄຳໝັ້ນສັນຍາຂອງ COP 26 ເພື່ອຫຼຸດການປ່ອຍອາຍພິດໃຫ້ເປັນສູນໃນປີ 2050.
ທ່ານນາງ Virginia Foote, ຮອງປະທານສະພາການຄ້າຫວຽດນາມ - ອາເມລິກາ ຖືວ່າ: ນີ້ແມ່ນຄຳປາໄສທີ່ມີຄວາມໝາຍທີ່ສຸດ. ທ່ານນາງຢືນຢັນວ່າ: “ຂ້າພະເຈົ້າຄິດວ່າ ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ມີຄວາມໝາຍສຳຄັນທີ່ສຸດສຳລັບ ອາເມລິກາ, ທ່ານກໍ່ສາມາດເຫັນວ່າມີຫລາຍຄົນ ສົນໃຈຕິດຕາມໂດຍກົງ. ບົດກ່າວປາໄສໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບເສັ້ນທາງການພົວພັນຮ່ວມມືລະຫວ່ງຫວຽດນາມ ແລະ ອາເມລິກາ. ທ່ານນາຍົກລັດຖະມົນຕີ ໄດ້ກວມລວມຫຼາຍບັນຫາໃຫຍ່ເຊັ່ນ: ການປ່ຽນແປງຂອງດິນຟ້າອາກາດ, ການຫັນປ່ຽນດີຈີຕອນ, ບັນຫາການຮ່ວມມືດ້ານເສດຖະກິດ ຢູ່ພາກພື້ນ ອາຊີ - ປາຊີຟິກ. ຂ້າພະເຈົ້າເຫັນວ່າ ນີ້ແມ່ນບົດກ່າວປາໄສທີ່ສຸດຍອດສຳລັບການພົວພັນລະຫວ່າງ ອາເມລິກາ - ຫວຽດນາມ ໃນອະນາຄົດ.”
ທ່ານນາງ ຮ່າເຟືອງ, ຜູ້ອໍານວຍການຂັ້ນສູງຂອງ ບໍລິສັດທີ່ປຶກສາດ້ານນະໂຍບາຍ ແລະ ຍຸດທະສາດ BowerGroupAsia ຢືນຢັນວ່າ: “ຂ້າພະເຈົ້າເຫັນວ່າ: ບົດບາດຂອງຫວຽດນາມ ໃນພາກພື້ນ ແລະ ບັນດາຄູ່ຮ່ວມມືນັບມື້ນັບເຕີບໃຫຍ່ເຂັ້ມແຂງ ແລະ ໄດ້ຮັບການຖືເປັນສຳຄັນຈາກບັນດາຄູ່ຮ່ວມມື. ແງ່ຫວັງການຮ່ວມມືສອງຝ່າຍລະຫວ່າງ ອາເມລິກາ-ຫວຽດນາມ ແມ່ນກວ້າງຂວາງທີ່ສຸດ”.
ບົດກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ຖ່າຍທອດສານກ່ຽວກັບຫວຽດນາມ ທີ່ຈິງໃຈ ແລະ ມີຄວາມຮັບຜິດຊອບໃນການຮ່ວມມືສາກົນ, ເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈໄດ້ກັບ ອາເມລິກາ ແລະ ຄູ່ຮ່ວມມືຫຼາຍຝ່າຍຕ່າງໆ.
ບູນມີ