ຫວຽດນາມ ໃຫ້ຄໍາໝັ້ນສັນຍາຢ່າງແຮງ ຕໍ່ລັດທິຫຼາຍຝ່າຍ
ຕອນເຊົ້າວັນທີ 16 ພຶດສະພາ, ທີ່ສຳນັກງານສະຫະປະຊາຊາດຢູ່ ນະຄອນນິວຢອກ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການ ພົບປະກັບທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ ແລະ ທ່ານ Abdulla Shahid ປະທານສະມັດຊາໃຫຍ່ ສປຊ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ. ພາບ: qdnd.vn |
ທີ່ການພົບປະທ່ານນາງ Amina Mohammed ຮອງເລຂາທິການໃຫຍ່ ສປຊ, ທ່ານ ຟ້າມມິງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາຢ່າງແຮງຕໍ່ລັດທິ ຫຼາຍຝ່າຍ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງໂລກໂດຍອີງຕາມກົດໝາຍ ສາກົນ ແລະ ກົດບັດ ສປຊ, ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນລະບົບຄຸ້ມຄອງທົ່ວໂລກ. ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານ ຟ້າມມິງຈິ໊ງ ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າ ການພົວພັນຄູ່ຮ່ວມມືອາຊຽນ-ສປຊ ສືບຕໍ່ໄດ້ຮັບການເພີ່ມທະວີ, ສະເໜີ ສປຊ ສະໜັບສະໜູນບົດບາດໃຈກາງຂອງອາຊຽນ ໃນການແກ້ໄຂບັນຫາພາກພື້ນ, ໃນນັ້ນມີ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມ ປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີໂດຍອີງຕາມພື້ນຖານກົດໝາຍ ສາກົນ, ພິເສດແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປິ 1982 (UNCLOS 1982).
ທ່ານນາງຮອງເລຂາທິການໃຫຍ່ ສປຊ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນວຽກງານລວມຂອງ ສປຊ, ໂດຍ ສະເພາະແມ່ນ ໃນຖານະຕຳແໜ່ງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020-2021; ແບ່ງປັນທັດສະນະຂອງຫວຽດນາມ ກ່ຽວກັບ ຫຼາຍບັນຫາສາກົນ ແລະ ພາກພື້ນ, ໃນນ້ັນມີບັນຫາທະເລຕາເວັນອອກ; ພ້ອມທັງ ປາດຖະໜາວ່າການພົວພັນຄູ່ຮ່ວມມືອາຊຽນ-ສປຊ ຈະສືບຕໍ່ໄດ້ຮັບການປັບປຸງ.
ການພົບປະກັບທ່ານປະທານສະມັດຊາໃຫຍ່ ສປຊ, ທ່ານ ຟ້າມມິງຈິ໊ງ ໃຫ້ຮູ້ວ່າ ຫວຽດນາມ ສະໜັບສະໜູນວິວັດທະນາການປັບປຸງ ສປຊ ເພື່ອໃຫ້ອົງການ ຈັດຕັ້ງນີ້ ເຄື່ອນໄຫວຢ່າງມີປະຊາທິປະໄຕ, ກະຈ່າງແຈ້ງກວ່າ ແລະ ຮັບມືກັບ ສິ່ງທ້າທາຍທົ່ວໂລກໃຫ້ດີກວ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ ສະມາຊິກສ່ວນຫຼາຍ, ເຊິ່ງແມ່ນບັນດາປະເທດພວມພັດທະນາ; ສະໜັບສະໜູນການຍົກສູງບົດບາດສຳຄັນຂອງສະມັດຊາໃຫຍ່ ແລະ ເພີ່ມທະວີການພົວ ພັນຂອງບັນດາອົງການອື່ນກັບສະມັດຊາໃຫຍ່.
ປະທານສະມັດຊາໃຫຍ່ ສປຊ ຊົມເຊີຍ ແລະ ຖືວ່າ ຫວຽດນາມ ແມ່ນປະເທດ ທີ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກເພື່ອບືນຕົວຂຶ້ນຍາດໄດ້ຜົນງານຫຼາຍຢ່າງທີ່ໜ້າ ເອກອ້າງທະນົງໃຈ, ພົ້ນເດັ່ນ ແມ່ນເສດຖະກິດ-ສັງຄົມ, ການຮັບມືກັບໂລກລະ ບາດ; ພິເສດແມ່ນຕີລາຄາສູງຂໍ້ລິເລີ່ມຂອງຫວຽດນາມ ກ່ຽວກັບວັນສາກົນ ປ້ອງກັນ, ຕ້ານໂລກລະບາດ (27 ທັນວາ).
ບູນມີ