08:07 | 18/05/2022

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ພາກ​ສ່ວນ​ທີ່​ບໍ່​​ອາດ​ຕັດ​ແຍກ​ອອກ​ຈາກວົງ​ຄະ​ນະ​ຍາດ​ບັນ​ດາ​ເຜົ່າ ຫວຽດ​ນາມ

ຫວຽດ​ນາມ ເລື່ອນ​ຂຶ້ນ 5 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ການ​ສຶກ​ສາ​ດີ​ທີ່​ສຸດ ຫວຽດ​ນາມ ເລື່ອນ​ຂຶ້ນ 5 ຂັ້ນ ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ປະ​ເທດ​ທີ່​ມີ​ຄຸນ​ນະ​ພາບ​ການ​ສຶກ​ສາ​ດີ​ທີ່​ສຸດ
ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຫວຽດ​ນາມ ແມ່ນ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ມີ​ແງ່​ຫວັງ​ສຳ​ຄັນຂອງ ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖ່າຍຮູບພ້ອມກັບນັກສຶກສາ, ຊາວ ຫວຽດນາມ ຫວຽດນາມ  ອາໄສຢູ່ ນິວຢອກ (ພາບ: VOV)
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຖ່າຍຮູບພ້ອມກັບນັກສຶກສາ, ຊາວ ຫວຽດນາມ ຫວຽດນາມ ອາໄສຢູ່ ນິວຢອກ (ພາບ: VOV)

ໂດຍຕອບຄຳຖາມກ່ຽວກັບນະໂຍບາຍ, ວິທີການແກ້ໄຂຂອງ ຫວຽດນາມ ເພື່ອດຶງດູດນັກລົງທຶນຕ່າງປະເທດ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ຫວຽດນາມ ມີແນວທາງທີ່ຖືກຕ້ອງ, ເໝາະສົມກັບຄວາມສາມາດບົ່ມຊ້ອນທີ່ແຕກຕ່າງກັນ, ມີໂອກາດທີ່ພົ້ນເດັ່ນກ່ວາ, ມີທ່າໄດ້ປຽບໃນການແກ້ງແຍ້ງຂອງປະເທດຊາດ, ມີລະບົບກົດໝາຍທີ່ມີສະຖຽນລະພາບ, ເໝາະສົມກັບໂລກ, ເໝະສົມກັບບັນດາຄຳໝັ້ນສັນຍາສາກົນ ເຊິ່ງຫວຽດນາມ ໄດ້ເຂົ້າຮ່ວມ, ຍູ້ແຮງການປະຕິຮູບການບໍລິຫານ, ສ້າງພື້ນຖານໂຄງລ່າງຢ່າງຄົບຊຸດ.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ຊາວ ຫວຽດນາມ ຕັ້ງຖິ່ນຖານຄົງທີ່ຢູ່ຕ່າງປະເທດ ແມ່ນພາກສ່ວນທີ່ບໍ່ອາດຕັດແຍກອອກຈາກວົງຄະນະຍາດບັນດາເຜົ່າ ຫວຽດນາມ ໄດ້. ຍາມໃດ ຫວຽດນາມ ກໍ່ສ້າງເງື່ອນໄຂເພື່ອປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຊ່ວຍພໍ່ແມ່ປະຊາຊົນ ມີທີ່ຕັ້ງດ້ານນິຕິທຳຢ່າງໝັ້ນແກ່ນ, ສ້າງຊີວິດການເປັນຢູ່ເປັນປະປົກກຕິຢູ່ປະເທດປະຈຳຖິ່ນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດແຫ່ງການສ້າງສາປະເທດຊາດ.

ແລະ ກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດຕົວຫ້ອງວ່າການ FPT Software ຢູ່ເຮືອນເລກທີ 295 ຖະໜົນ Madison Avenue, ນະຄອນນິວຢອກ, ປະເທດ ອາເມລິກາ. ກ່າວຄຳເຫັນທີ່ເຫດການ, ທ່ານ ຟ້າມມິງຈິງ ໄດ້ສະແດງຄວາມຍິນດີ ແລະ ມີຄວາມຫວັງຢາກໃຫ້ FPT ນັບມື້ນັບມີການພັດທະນາ, ກ້າວໄກ, ພັດທະນາຢູ່ປະເທດ ອາເມລິກາ ແລະ ໃນທົ່ວໂລກ, ປະກອບສ່ວນໂຄສະນາພາບພົດປະເທດຊາດ ແລະ ຊາວຫວຽດນາມ, ປະຕິບັດບັນດາຂໍ້ຕົກລົງ, ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-14047.html

In bài biết