ຜູ້ອອກຮງງານຫວຽດນາມ ທີ່ໄດ້ສັກວັກຊີນ Covid-19 3 ໂດສ ເມື່ອເຂົ້າຍີ່ປຸ່ນ ບໍ່ຕ້ອງປະຕິບັດການແຍກຕົວ 7 ວັນ.
ວັນບຸນ “ເສັ້ນທາງແຫ່ງວັດທະນະທຳ ສ.ເກົາຫຼີ” | |
ຫວຽດນາມ ຢືນອັນດັບທີ 3 ໃນການສະໜອງຢາງພາລາໃຫ້ ສ.ເກົາຫຼີ |
![]() |
ພາບປະກອບ: baochinhphu.vn |
ຕາມກົມຄຸ້ມຄອງແຮງງານຕ່າງປະເທດ (ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ), ນັກຝຶກງານ ແລະ ແຮງງານຫວຽດນາມ ທີ່ໄດ້ຮັບການສັກວັກຊິນ ໂຄວິດ-19 ທັງ 3 ໂດສ ທີ່ໄດ້ຮັບການຮັບຮອງຈາກຍີ່ປຸ່ນ, ພາຍຫຼັງເຂົ້າເມືອງ ຍີ່ປຸ່ນ ຈະບໍ່ຕ້ອງປະຕິບັດການແຍກຕົວ, ຕິດຕາມອາການສຸຂະພາບຢູ່ເຮືອນ ຫຼື ທີ່ພັກເປັນເວລາ 7 ວັນ.
ກົມຄຸ້ມຄອງແຮງງານຕ່າງປະເທດ ກໍໃຫ້ວ່າ, ກະຊວງສາທາລະນະສຸກ ແລະ ສະຫວັດດີການຍີ່ປຸ່ນ ໄດ້ອອກຂໍ້ກຳນົດກ່ຽວກັບວັກຊີນທີ່ໄດ້ຮັບການຮັບຮອງ 4 ຊະນິດຄື: Pfizer - Biotech, Moderna, Astra Zeneca ແລະ Jassen (Johnson & Johnson). ໃນກໍລະນີສັກວັກຊິນປົນກັນນັ້ນ, ການສັກເຂັມທີສາມຕ້ອງສັກ Pfizer ຫຼື Moderna.
ບຸນຄົງ