11:05 | 06/05/2022

ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ

SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ SEA Games 31: ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ
ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31 ຮ່າ​ໂນ້ຍ​ແບ່ງ​ແລວ​ທາງ​ຈາ​ລະ​ຈອນ ໃນ​ໄລ​ຍະ​ຈັດ​ຕັ້ງ SEA Games 31
ຄະນະກິລາຫວຽດນາມ ໄດ້ມີລາຍຊື່ຄົນເຂົ້າຮ່ວມ SEA Games 31 ດ້ວຍຊະມາຊິກ 1.341 ຄົນ
ພາບປະກອບ: TTXVN

ຫົວໜ້າ​ຄະນະ​​ກິລາ​ຫວຽດນາມ ​ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່ກິລາ​ ແລະ ກາ​ຍະ​ກຳ, ທ່ານ ​ເຈີນ​ດຶກ​ເຟີນ. ຮອງ​ຫົວໜ້າຄະນະ 2 ທ່ານ​ ແມ່ນ ທ່ານ ຮ່ວາງ​ກັວກ​ວິງ (ຫົວໜ້າ​ກົມກິລາ​ລະດັບສູງ I), ທ່ານ ໂງ​ອິກ​ກວນ (ຫົວໜ້າ​ກົມກິລາລະດັບສູງ II).

ຄະນະ​ກິລາ​ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ SEA Games 31 ​ໂດຍ​ມີ​ເປົ້າ​ໝາຍຄືຕ້ອງຢືນ​ອັນ​ດັບ​ໜຶ່ງ​ໃນ​ຕາຕະລາງ​ຈັດອັນ ດັບຫຼຽນກາ ພາຍຫຼັງທີ່​ຢືນອັນດັບທີສອງ​ໃນ​ງານ​ມະຫາ​ກຳ​ກິລາ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເມື່ອ 2 ປີ​ກ່ອນທີ່ຈັດ​ຢູ່​ຟີ​ລິບ​ປິນ.

ທີມແລ່ນ ແລະ ລານ ໄດ້ປະກອບສ່ວນສະມາຊິກເຂົ້າຮ່ວມງານຄັ້ງນີ້ຫຼາຍທີ່ສຸດ, ລວມມີ 86 ຄົນ, ດ້ວຍນັກກິລາ 65 ຄົນ. ນີ້​ແມ່ນ​ຫນຶ່ງ​ໃນ “ບໍ່​​ຄຳ” ຂອງ​​ກິ​ລາ​ຫວຽດ​ນາມ ໃນ​ສະ​ໜາມ​ຫຼິ້ນ​ຂອງ​ພາກ​ພື້ນ.

​ ໃນ​ SEA Games 31, ຄະນະ​​ກິລາ​ໄທ​ມີ​ສະມາຊິກ​ປະມານ 870 ຄົນ, ມາ​ເລ​ເຊຍ ​ແລະ​ ຟີ​ລິບ​ປິນ ມີ​ນັກ​ກິລາ​ປະມານ 650 ຄົນ.

ຕອນ​ຄ່ຳ​ວັນ​ທີ 28 ​ເມສາ​, ຄະນະ​​ກິລາ​ຫວຽດນາມ​ ໄດ້​ຈັດ​ພິທີ​ຈັດສົ່ງ​ຄົນ​ເຂົ້າ​ຮ່ວມ​ SEA Games 31 ຢູ່​ສູນ​ຝຶກ​ແອບກິລາ​ ແຫ່ງ​ຊາດ​ ຮ່າ​ໂນ້ຍ.

SEA Games 31 ຄາດ​ວ່າ​ຈະ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 12 ຫາ ວັນທີ 23 ພຶດສະພາ ຢູ່​ຮ່າ​ໂນ້ຍ ​ແລະ 11 ​ແຂວງ​ໃກ້​ຄຽງ ດ້ວຍ 40 ປະເພດກິລາ, ​ໃນ​ນັ້ນ​ມີ 526 ເນື້ອ​ໃນ.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-13964.html

In bài biết