ຫວຽດນາມ ສົ່ງອອກເກີນດຸນ 2,53 ຕື້ໂດລາສະຫະລັດ ໃນ 4 ເດືອນຕົ້ນປີ 2022
4 ເດືອນຕົ້ນປີ, ແຂກທ່ອງທ່ຽວສາກົນມາຫວຽດນາມ ເພີ່ມຂຶ້ນເກືອບ 185% | |
ການສົ່ງອອກໄປຈີນບັນລຸ 13,7 ຕື້ໂດລາສະຫະລັດ |
ພາບປະກອບ: ສໍານັກຂ່າວສານຫວຽດນາມ. |
ຕາມຕົວເລກ ໂດຍກົມໃຫຍ່ສະຖິຕິ ປະກາດໃນຫວ່າງແລ້ວນີ້, ດຸນການຄ້າສິນຄ້າປະຕິບັດໃນເດືອນເມສາ ປີ 2022 ຄາດວ່າສົ່ງອອກເກີນດຸນ 1,07 ຕື້ໂດລາສະຫະລັດ. ໃນເດືອນເມສາ, ວົງເງິນສົ່ງອອກສິນຄ້າ ຄາດວ່າບັນລຸ 33,26 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ໄລ່ລວມແລ້ວໃນ 4 ເດືອນຕົ້ນປີ 2022, ເສດຖະກິດພາຍໃນປະເທດ ນໍາເຂົ້າເກີນດຸນ 9,2 ຕື້ໂດລາສະຫະລັດ. ພາກສ່ວນເສດຖະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ໄດ້ສົ່ງອອກເກີນດຸນ 11,73 ຕື້ໂດລາສະຫະລັດ.
ນັບແຕ່ຕົ້ນປີມາຮອດປັດຈຸບັນ, ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດຄະເນບັນລຸ 35,7 ຕື້ໂດລາສະຫະລັດ. ຈີນ ແມ່ນຕະຫຼາດນໍາເຂົ້າໃຫຍ່ທີ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດຄະເນບັນລຸ 37,1 ຕື້ໂດລາສະຫະລັດ.