11:21 | 18/04/2022

ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ

ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ Deborah Paul ເອກອັກຄະລັດຖະທູດການາດາປະຈຳຫວຽດນາມ ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ Deborah Paul ເອກອັກຄະລັດຖະທູດການາດາປະຈຳຫວຽດນາມ
ປີທີສາມຕິດຕໍ່ກັນ, ການສົ່ງອອກໄປການາດາເພີ່ມຂຶ້ນໃນທາງບວກ ປີທີສາມຕິດຕໍ່ກັນ, ການສົ່ງອອກໄປການາດາເພີ່ມຂຶ້ນໃນທາງບວກ

ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ໄດ້ໃຫ້ການຕ້ອນຮັບທ່ານນາງ Mélanie Joly ລັດຖະມົນຕີກະຊວງການຕ່າງປະເທດ ການາດາ ໃນໂອກາດຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 – 14 ເມສາ.

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Mélanie Joly ມາ​ຢ້ຽມຢາມ ຫວຽດນາມ ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖານະ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກາ​ນາ​ດາ; ຢືນຢັນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ​ຫວຽດນາມ - ກາ​ນາ​ດາ ​ເວົ້າ​ລວມ ​ແລະ ລະຫວ່າງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເວົ້າ​ສະ​ເພາະ.

ທ່ານ​ລັດຖະມົນຕີ​ເນັ້ນ​ໜັກ​ວ່າ: ການ​ຢ້ຽມຢາມ​ ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ເນື່ອງ​ໃນ​ໂອກາດ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຄົບຮອບ 5 ປີ (2017-2022).

ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ
ການາດາ ປາດຖະໜາຢາກເປີດກວ້າງການຮ່ວມມືກັບຫວຽດນາມ. (ພາບ: dangcongsan)

ທ່ານ​ລັດຖະມົນຕີ Mélanie Joly ຢືນຢັນ​ວ່າ: ກາ​ນາ​ດາ ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ຫວຽດນາມ ​ແລະ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ ຫວຽດນາມ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ - ການ​ຄ້າ; ເຫັນດີເປັນເອກະພາບບັນດາມາດຕະການຊຸກຍູ້ການຮ່ວມມືດ້ານການຄ້າ, ພິເສດແມ່ນລະຫວ່າງວິສາຫະກິດຂອງສອງປະເທດ.

ທ່ານ​ລັດຖະມົນຕີ​ຢືນຢັນ​ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ສະໜັບສະໜູນ ຫວຽດນາມ ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ທີ່​ກອງ​ປະຊຸມ​ສຸດ​ຍອດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ສະຫະ​ປະຊາ​ຊາດ (COP-26) ປີ 2021.

2 ຝ່າຍ​ໄດ້​ເຫັນ​ດີ​ຕີ​ລາຄາ​ວ່າ ການ​ພົວພັນ​ລະຫວ່າງ ຫວຽດນາມ - ກາ​ນາ​ດາ ສືບ​ຕໍ່​ຮັດ​ແໜ້ນ ​ແລະ ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ຫຼາຍ​ຂົງ​ເຂດ. ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​ບັນລຸ​ກວ່າ 6 ຕື້ USD ​ໃນ​ປີ 2021, ​ເພີ່ມ​ຂຶ້ນ​ເກືອບ 19% ​ເມື່ອ​ທຽບ​ໃສ່​ປີ 2020, ​ເຖິງ​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ ​ແລະ ​ໄດ້​ຮັບ​ຜົນ​ກະທົບ​ທາງ​ລົບ​ຈາກ​ໂລກ​ລະບາດ​ໂຄ​ວິດ-19 ກໍຕາມ.

ການ​ຮ່ວມ​ມື​ດ້ານ​ການ​ພັດ​ທະ​ນາ, ການ​ສຶກ​ສາ-ບຳລຸງສ້າງ, ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ການ​ແຜ່​ລະ​ບາດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ.

2 ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ, ມຸ່ງ​ໄປ​ເຖິງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຄົບຮອບ 50 ປີ (1973-2023).

ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ສະເໜີ 2 ຝ່າຍ​ສືບ​ຕໍ່​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ເລີ່​ມດຳ​ເນີນ​ບັນດາ​ກົນ​ໄກ​ເຈລະຈາ​ສອງ​ຝ່າຍ​ໂດຍ​ໄວ; ໝູນໃຊ້​ກາລະ​ໂອກາດ​ໃຫ້​ຫຼາຍ​ທີ່​ສຸດ​ຈາກ​ການ​ປະຕິບັດ​ສັນຍາ​ຄູ່​ຮ່ວມມື​ຮອບດ້ານ ​ແລະ ກ້າວໜ້າ​ຂ້າມ​ປາຊີ​ຟິກ (CPTPP).

ທ່ານ​ລັດຖະມົນຕີ​ສະ​ເໜີ​ໃຫ້ ກາ​ນາ​ດາ ສືບ​ຕໍ່​ເປີດປະຕູ​ຕະຫຼາດໃຫ້​ສິນຄ້າ, ຜະລິດ​ຕະພັນ​ກະ​ເສດ​ຂອງ ຫວຽດນາມ ພ້ອມ​ທັງ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ໃຫ້​ຫວຽດນາມ ຟື້ນ​ຕົວ​ໄວ ​ແລະ ພັດທະນາ​ເສດຖະກິດ - ສັງຄົມ ພາຍຫຼັງ​ໂລກລະບາດ​ໂຄ​ວິດ-19. ຫວ່າງ​ມໍ່ໆ​ມາ​ນີ້, ກາ​ນາ​ດາ​ໄດ້​ຮັບ​ຮູ້​ໜັງສື​ຜ່ານ​ແດນ​ວັກ​ແຊງ​ຂອງ​ຫວຽດນາມ, ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ກາ​ນາ​ດາມີ​ຊີວິດ​ການ​ເປັນ​ຢູ່, ຮ່ຳຮຽນ ​ແລະ ​ເຮັດ​ວຽກເປັນປົກກະຕິ.

2 ຝ່າຍ​ໄດ້​ແລກປ່ຽນ​​ກ່ຽວ​ກັບ​ສະພາບ​ການ​ສາກົນ ​ແລະ ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ຢືນຢັນ​ຈະ​ປະຕິບັດ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍວ່າດ້ວຍ​ທະ​ເລ (UNCLOS) ປີ 1982; ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ໃນ​ພາກ​ພື້ນ ​ແລະ ສາກົນ​ຄື: ສະຫະ​ປະຊາ​ຊາດ, APEC, ອາ​ຊຽນ, ປະຊາຄົມທີ່ນຳໃຊ້ພາສາຝລັ່ງ Francophonie.

ກ່ຽວ​ກັບ​ບັນຫາ ຢູ​ແກຼນ, ທ່ານ​ລັດຖະມົນຕີ ບຸ່ຍແທງເຊີນ ຢືນຢັນ​ຫຼັກ​ໝັ້ນສະເໜີຕົ້ນສະເໝີປາຍ​ຂອງ ຫວຽດນາມ, ຕາມນັ້ນແລ້ວ ກໍພະຍາຍາມສະໜັບສະໜູນ​​ແກ້​ໄຂ​ການຂັດແຍ່ງ​ສາກົນໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ເຄົາລົບ​ກົດ​ບັດ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ.

ຫວຽດນາມ ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ໃຊ້​ກຳລັງ​ຢ່າງ​ທັນ​ທີ, ເຊິ່ງ​ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ ແລະຮັບບາດເຈັບ, ບັນດາພື້ນຖານ​ໂຄງ​ລ່າງ​ສຳຄັນ, ຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ພົນລະ​ເຮືອນ, ​ໃນ​ນັ້ນ​ມີ​ຊາວ ຫວຽດນາມ ຢູ່ ຢູ​ແກຼນ.

ຫວຽດນາມ ພ້ອມ​ແລ້ວ​ທີ່​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ໜູນ​ຊ່ວຍ​ດ້ານ​ມະນຸດສະທຳ, ຂະ​ບວນການ​ທາງ​ການ​ທູດ, ການສົນທະນາ ​ແລະ ການ​ເຈລະຈາ, ​ເປັນ​ຕົ້ນ​ແມ່ນ​ການ​ສ້າງສາ ​ແລະ ຟື້ນ​ຟູ​ຄືນ​ໃໝ່​ຢູ່ ຢູ​ແກຼນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13782.html

In bài biết