08:02 | 12/04/2022

ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay

ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay ປະທານ​ແນວ​ໂຮມ​ປະ​ເທດ​ຊາດ ອວຍພອນພໍ່ແມ່ປະຊາຊົນ​ຊາວ​ຂະ​ແມ​ ເນື່ອງໃນ​ໂອກາດ​ບຸນເຕັດ Chol Chnam Thmay
ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ. ປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບ ທ່ານນາງ ປອ Kusumi Mari, ປະທານບໍລິສັດ ການສຶກສາທາງການແພດ ຈຳກັດ ຍີ່ປຸ່ນ.

ໃນບັນຍາກາດຕ້ອນຮັບບຸນປີໃໝ່ Chol chnam thmay, ໂດຍຕາງໜ້າ ການນຳພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຄຳອວຍ ພອນບັນດາພະສົງ, ສາສະນິກກະຊົນສະຖາບັນພຸດທະສາສະໜານິກາຍນິ ລະຍານ ຂະແມ; ພ້ອມທັງຝາກຄຳຢ້ຽມຢາມຖາມຂ່າວ, ອວຍພອນບຸນປີໃໝ່ ເຖິງພໍ່ແມ່ປະຊາຊົນເຜົ່າຂະແມ ຕ້ອນຮັບບຸນປີໃໝ່ Chol chnam thmay ປີ 2022 ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ, ເບີີກບານມ່ວນຊື່ນ, ມີຄວາມຜາສຸກ.

ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay
ທ່ານປະທານປະເທດ ຫງວຽນຊວນຟຸກ ອວຍພອນບຸນປີໃໝ່ Chol chnam thmay. ພາບ: TTXVN

ທ່ານປະທານປະເທດ ຮັບຮູ້, ຕີລາຄາສູງບັນດາຄວາມມານະພະຍາຍາມ, ປະກອບສ່ວນຂອງບັນດາພະສົງ, ສາສະນິກກະຊົນພຸດທະສາສະໜານິກາຍນິ ລະຍານ ໃນວຽກງານຮັບປະກັນຊີວິດສັງຄົມ, ເພື່ອປະຊາຄົມ, ເພື່ອພາລະ ກິດສ້າງສາ ແລະພັດທະນາປະເທດ.

ທ່ານເນັ້ນໜັກວ່າ ປີ 2022 ແມ່ນປີທຳອິດທີ່ປະຕິບັດບັນດາມະຕິຂອງພັກ, ແຜນການພັດທະນາເສດຖະກິດ-ສັງຄົມຂອງທົ່ວປະເທດ ແລະນະໂຍບາຍ ກ່ຽວກັບວຽກງານຊົນເຜົ່າ, ເປີດອອກກາລະໂອກາດໃໝ່ຫຼາຍຢ່າງສຳລັບເຂດ ຊົນເຜົ່າສ່ວນໜ້ອຍ ແລະເຂດພູດອຍ, ທ່ານປະທານປະເທດ ເຊື່ອໝັ້ນວ່າ ໃນບັນຍາກາດບຸນປີໃໝ່, ພໍ່ແມ່ປະຊາຊົນຊາວເຜົ່າຂະແມເວົ້າລວມ, ບັນດາ ພະສົງ, ສາສະນິກກະຊົນພຸດທະສາສະໜານິກາຍນິລະຍານ ຂະແມ ເວົ້າສະເພາະ ຈະຕ້ອນຮັບບຸນປີໃໝ່ Chol chnam thmay ຢ່າງສະຫງົບສຸກເຕັມ ໄປດ້ວຍຄວາມໝາຍດ້ານວັດທະນະທຳ, ສີສັນຊາດ, ຮີດຄອງປະເພນີອັນດີ ງາມຂອງຕົນ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-13703.html

In bài biết