07:30 | 12/04/2022

ສະຖາບັນພົວພັນຕ່າງປະເທດເປີດນໍາໃຊ້ຫ້ອງ Berlin

ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
ຫວຽດນາມ ຮຽກຮ້ອງຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບສະພາບການ ລີເບຍ ຫວຽດນາມ ຮຽກຮ້ອງຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບສະພາບການ ລີເບຍ

ຫວ່າງແລ້ວນີ້, ຢູ່ສະຖາບັນພົວພັນຕ່າງປະເທດ ​ໄດ້​ດໍາເນີນ​ພິທີ​ເປີດນໍາໃຊ້​ຫ້ອງ​ Berlin, ​ໂດຍ​ກອງທຶນ Konrad Adenauer Stiftung (KAS) ອຸປະຖໍາ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 10 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເຢຍລະ​ມັນ.

ສະຖາບັນພົວພັນຕ່າງປະເທດເປີດນໍາໃຊ້ຫ້ອງ Berlin
ສະຖາບັນພົວພັນຕ່າງປະເທດເປີດນໍາໃຊ້ຫ້ອງ Berlin. ພາບ: baoquocte.vn

ກ່າວຄຳເຫັນທີ່ພິທີ, ທ່ານນາງ ປອ ຟ້າມລານຢຸງ, ຮັກສາການຜູ້ອໍານວຍການ ສະຖາບັນພົວພັນຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫ້ອງ Berlin ຖືວ່າແມ່ນ ຂີດໝາຍສຳຄັນໃນການພົວພັນທາງການທູດສອງຝ່າຍທີ່ດີງາມ ແລະ ການຮ່ວມມືແບບຍືນຍົງລະຫວ່າງ ຫວຽດນາມ ແລະ ເຢຍລະມັນ; ຢືນຢັນ​ວ່າ ຫ້ອງ Berlin ດ້ວຍ​ສິ່ງ​ອຳນວຍ​ຄວາມ​ສະດວກ​ທີ່​ທັນ​ສະ​ໄໝ​ຈະ​ຮັບ​ໃຊ້​ການ​ສິດສອນ ​ແລະ ການຈັດ​ຕັ້ງ​ບັນດາ​ເຫດການ​ສຳຄັນ​ຢູ່​ສະຖາບັນຢ່າງມີປະສິດທິຜົນ.

ທ່ານ ປອ Guido Hildner, ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນ ປະຈຳ ຫວຽດນາມ ໃຫ້ຂໍ້ສັງເກດ​ວ່າ: ສະຖາບັນພົວພັນຕ່າງປະເທດ ໄດ້ສ້າງພື້ນທີ່ເໝາະສົມໃຫ້ແກ່ການເຈລະຈາກ່ຽວກັບບັນຫາທົ່ວໂລກ.

​ທ່ານນາງ ປອ ຟ້າມລານຢຸງ ແລະ ທ່ານນາງ ຫງວຽນມີງຮັ່ງ ຜູ້ຊ່ວຍວຽກ ລັດຖະມົນຕີຕ່າງປະເທດ, ທ່ານ ປອ Guido Hildner ແລະ ຫົວໜ້າຜູ້ຕາງໜ້າ ກອງທຶນ Konrad - Adenauer - Stiftung ໄດ້ຕັດແຖບຜ້າເປີດນໍາໃຊ້ຫ້ອງ Berlin.

ບູນມີ

Link: https://huunghivietlao.thoidai.com.vn/detail-article-13701.html

In bài biết