ສ.ເກົາຫຼີ ເພີ່ມທະວີການນໍາໃຊ້ແຮງງານຕ່າງປະເທດ ໃນນັ້ນ ມີແຮງງານຫວຽດນາມ
ອາທິດແລ້ວນີ້, ກະຊວງຍຸຕິທໍາ ສ.ເກົາຫຼີ ກໍ່ຕົກລົງຕໍ່ກຳນົດເວລາພັກເຊົາ ແບບອັດຕະໂນມັດໃຫ້ແກ່ແຮງງານຕ່າງປະເທດກວ່າ 130.000 ຄົນ ແລະລູກເຮືອກໍາປັ່ນຫາປາ 950 ຄົນ (ໃນນັ້ນມີແຮງງານ ຫວຽດນາມ ປະມານ 3.000 ຄົນ) ທີ່ມີວີຊາໝົດກຳນົດ ໃນລະຫວ່າງວັນທີ 13 ເມສາ ຮອດວັນທີ 31 ທັນວາ ປີ 2022. ກະຊວງຍຸຕິທໍາ ສ.ເກົາຫຼີ ໃຫ້ຮູ້ວ່າ ມີ ແຜນການຊ່ວຍຂະແໜງອຸດສາຫະກໍາຢູ່ທ້ອງຖິ່ນທີ່ຂາດເຂີນແຮງງານ ໃນ 6 ເດືອນທ້າຍປີ 2022 ດ້ວຍການນໍາໃຊ້ແຮງງານ ຕ່າງປະເທດທີ່ເຂົ້າມາຕັ້ງຖິ່ນຖານ.
![]() |
ສ.ເກົາຫຼີ ເພີ່ມທະວີການນໍາໃຊ້ແຮງງານຕ່າງປະເທດ ໃນນັ້ນ ມີແຮງງານຫວຽດນາມ. ພາບ: TTXVN |
ຕາມໂຄງການອອກໃບອະນຸຍາດເຮັດວຽກໃຫ້ແຮງງານຕ່າງປະເທດ (ໂຄງການ EPS) ແລ້ວ, ນັບແຕ່ຕົ້ນປີ ມາຮອດປັດຈຸບັນ, ແຕ່ລະອາທິດມີແຮງງານຫວຽດນາມປະມານ 100 ຄົນ ເຂົ້າປະເທດສ.ເກົາຫຼີ ຕາມໂຄງການ EPS ແຕ່ວ່າຕ້ອງໄດ້ແຍກປ່ຽວ.
ວັນທີ 1 ເມສາ, ພາຍຫຼັງທີ່ລັດຖະບານ ສ.ເກົາຫຼີ ໄດ້ຕົກລົງຜ່ອນຜັນຂໍ້ກໍາ ນົດວ່າດ້ວຍການປ້ອງກັນໂລກລະບາດສຳລັບຊາວຕ່າງປະເທດ ເຂົ້າເມືອງ, ຄາດຄະເນວ່າ ປະລິມານແຮງງານຫວຽດນາມທີ່ຈະເຂົ້າ ສ.ເກົາຫຼີ ຕາມໂຄງການ EPS ຈະເພີ່ມຂຶ້ນສູງ.
ຊາວຜູ້ອອກແຮງງານຫວຽດນາມ ປະກອບເອກະສານເຂົ້າເມືອງ ຢູ່ສະໜາມບິນ Incheon, ສ.ເກົາຫຼີ.
ບູນມີ