ກອງປະຊຸມແນະນຳອາຊີບໃຫ້ແກ່ນັກສຶກສາ ຫວຽດນາມ ຢູ່ ນິວຢອກ ປີ 2022
 |
ກອງປະຊຸມສຳມະນາແນະນຳປະກອບອາຊີບ ດ້ວຍຫົວຂໍ້"AMERICAN DREAM" ປີ 2022 (ພາບ: baoquocte.vn) | |
ກອງປະຊຸມສໍາມະນາຖືກຈັດຂຶ້ນດ້ວຍຫຼາຍເນື້ອໃນທີ່ອຸດົມສົມບູນຄື ເວທີປາໄສທາງໄກກ່ຽວກັບການໄປຮຽນຢູ່ ອາເມລິກາ ໃຫ້ແກ່ນັກຮຽນມັດທະຍົມຕອນປາຍ; ທີ່ປຶກສາການແນະນຳອາຊີບ… ກ່າວຄຳເຫັນທີ່ພິທີໄຂກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ຕີລາຄາສູງການເຄື່ອນໄຫວທີ່ແທດຈິງນີ້ຂອງກອງສະມາຄົມຊາວໜຸ່ມ, ນັກສຶກສາ ຫວຽດນາມ ຢູ່ ນິວຢອກ ໃນການຊ່ວຍກັນຮ່ຳຮຽນ ແລະ ຊອກຫາໂອກາດພັດທະນາຕົນເອງ ກໍຄື ຄວາມສາມັກຄີໃນການສ້າງປະຊາຄົມ. ທ່ານກໍຫວັງວ່າ ຊາວໜຸ່ມ, ນັກສຶກສາແຕ່ລະຄົນ ຈະເປັນຂົວຕໍ່ທາງພູມປັນຍາລະຫວ່າງພາຍໃນປະເທດ ແລະ ສາກົນ, ສະແດງໄດ້ເຖິງຄຸນຄ່າວັດທະນະທຳ ແລະ ທີ່ຕັ້ງຂອງ ຊາວ ຫວຽດນາມ ສຳລັບເພື່ອນມິດສາກົນ.
ວີໂອວີ