ໄທເພີ່ມທະວີການຮ່ວມມືກັບຫວຽດນາມ ໂດຍຜ່ານຫຼາຍໂຄງການເຊື່ອມຕໍ່
ການເຊື່ອມຕໍ່ທຸລະກິດ ແລະ ການແລກປ່ຽນວັດທະນະທຳ ຫວຽດນາມ ແລະ ໄອແລນ | |
ສະຖານທູດຫວຽດນາມປະຈຳເຢຍລະມັນຕັ້ງໜ້າຊ່ວຍເຫຼືອຄົນຫວຽດນາມອົບພະຍົບຈາກຢູເຄຣນ |
![]() |
ໄທເພີ່ມທະວີການຮ່ວມມືກັບຫວຽດນາມ ໂດຍຜ່ານຫຼາຍໂຄງການເຊື່ອມຕໍ່. ພາບ: baoquocte |
ໃນມື້ເຮັດວຽກ, ທ່ານເອກອັກຄະລັດຖະທູດ ຟານຈິແທັງ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ໄທ. ໄທສືບຕໍ່ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນອາຊຽນ ແລະ ເປັນນັກລົງທຶນໃຫຍ່ອັນດັບ 8 ຂອງຫວຽດນາມ.
ທ່ານເອກອັກຄະລັດຖະທູດຢືນຢັນວ່າ ການເປີດປະເທດໃນທຸກດ້ານຂອງຫວຽດນາມ ຈະຕັ້ງໜ້າໜູນຊ່ວຍການຟື້ນຟູສາຍພົວພັນການຮ່ວມມືດ້ານຄົມມະນາຄົມຂົນສົ່ງລະຫວ່າງ 2 ປະເທດພາຍຫຼັງ 2 ປີຂອງການຢຸດສະງັກເພາະໂລກລະບາດໂຄວິດ-19, ປະກອບສ່ວນໜູນຊ່ວຍການຟື້ນຟູເສດຖະກິດຂອງ 2 ປະເທດ. ການເຊື່ອມຕໍ່ເສັ້ນທາງລະຫວ່າງຫວຽດນາມ, ລາວ ແລະ ໄທ ຈະປະກອບສ່ວນເຂົ້າໃນການຊຸກຍູ້ເຊື່ອມຕໍ່ເຂດອີສານພາກຕາເວັນອອກສ່ຽງເໜືອຂອງໄທ, ບັນດາແຂວງພາກກາງຂອງລາວ ກັບ ຫວຽດນາມ ມາເຖິງບັນດາຕະຫຼາດໃຫຍ່ຄື ອາເມລິກາ, ຈີນ, ເກົາຫຼີ, ຍີ່ປຸ່ນ...
ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ທ່ານລັດຖະມົນຕີ ສັກສະຢາມ ຊິດຊອບ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດການຄົມມະນະຄົມ ແລະ ຂົນສົ່ງຫວຽດນາມ ເຄື່ອນໄຫວຢູ່ໄທ ເພື່ອ ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືດ້ານການບິນລະຫວ່າງ 2 ປະເທດ ແລະ ຊຸກຍູ້ການລົງທຶນ, ການຄ້າ, ການທ່ອງທ່ຽວ 2 ຝ່າຍ.
ທ່ານລັດຖະມົນຕີ ສັກສະຢາມ ຊິດຊອບ ໄດ້ສະແດງຄວາມຊົມເຊີຍຫວຽດນາມ ທີ່ມີຫຼາຍມາດຕະການເພື່ອຄວບຄຸມໂລກລະບາດ, ປະຕິບັດແຜນການເປີດປະເທດ, ຟື້ນຟູເສດຖະກິດ, ໂດຍສະເພາະແມ່ນຫວ່າງແລ້ວນີ້ ໄດ້ຕັດສິນເປີດຖ້ຽວບິນສາກົນຄືນໃໝ່ກັບ 20 ກວ່າປະເທດ ໃນນັ້ນມີປະເທດໄທ.
ທ່ານລັດຖະມົນຕີ ສັກສະຢາມ ຊິດຊອບ ໃຫ້ຮູ້ວ່າ ປະຈຸບັນໄທພວມຜັນຂະຫຍາຍຫຼາຍໂຄງການເຊື່ອມຕໍ່ກັບບັນດາທ້ອງຖິ່ນຂອງລາວຄື ຂົວທາງ, ທາງດ່ວນ, ຜ່ານນັ້ນ ກໍປະກອບສ່ວນເພີ່ມທະວີການເຊື່ອມຕໍ່ກັບຫວຽດນາມ, ຊຸກຍູ້ ແລະ ສ້າງຄວາມສະດວກໃຫ້ແກ່ບໍລິການ logisticsລະຫວ່າງ 2 ປະເທດ. ພ້ອມທັງສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຂົນສົ່ງຫວຽດນາມ ຢູ່ໄທ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງ 2 ປະເທດ.
ໄຊພອນ