08:56 | 23/03/2022

ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ

ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຜູ້​ບັນຊາ​ການ​ປ້ອງ​ກັນ​ປະ​ເທດ ອາ​ຊຽນ
100% ໂຄງການຮັບໃຊ້ SEA Games 31 ຢູ່ຮ່າໂນ້ຍ ໄດ້ສໍາເລັດການປັບປຸງ 100% ໂຄງການຮັບໃຊ້ SEA Games 31 ຢູ່ຮ່າໂນ້ຍ ໄດ້ສໍາເລັດການປັບປຸງ
ຄະນະ​ຜູ້​ແທນ​ບັນດາ​ປະ​ເທດ ອາ​ຊຽນ ຕີ​ລາຄາ​ສູງ​ວຽກ​ງານ​ກະກຽມ​ຂອງ​ງານ​ມະຫາ​ກຳ​ກິລາ SEA Games 31 ຂອງ ກວາງ​ນິງ
ພາບປະກອບ: VNA

ພາຍຫຼັງການຢ້ຽມຊົມ ແລະ ສຳຫຼວດສະຖານທີ່ແຂ່ງຂັນ, ຄະນະຜູ້ແທນກິລາອາຊຽນ ໄດ້ຕີລາຄາສູງການກະກຽມພື້ນຖານວັດຖຸ, ອຸປະກອນ ແລະ ພື້ນຖານໂຄງລ່າງດ້ານເຕັກນິກໃຫ້ແກ່ SEA Games ຄັ້ງທີ 31 ຢູ່ແຂວງ ກວາງນິງ. ທ່ານ SamBrano, ຮອງເລຂາທິການໃຫຍ່ຄະນະກຳມະການ Olympic Philippines, ຮອງຫົວໜ້າຄະນະຜູ້ແທນກິລາຟີລິບປິນ ໄດ້ເຂົ້າຮ່ວມ SEA Games ຄັ້ງທີ 31 ຕີລາຄາວ່າ, ພື້ນຖານໂຄງລ່າງຢູ່ເດີນແຂ່ງຂັນ ອະເນກປະສົງໃນເຮືອນມີ 5.000 ບ່ອນນັ່ງ ສຳລັບກິລາບານສົ່ງໃນຮົ່ມ ທຽບເທົ່າກັບລະດັບໂລກ, ຕອບສະໜອງບັນດາເງື່ອນໄຂ, ມາດຖານຂອງການຈັດຕັ້ງແຂ່ງຂັນ. ໃນຂະນະນັ້ນ, ທ່ານ Chong Fui Kim, ຫົວໜ້າພະແນກງານມະຫາກຳກິລາ ແລະ ການໂຄສະນາຂອງຄະນະກຳມະການ Olympic Singapore ໃຫ້ຄຳເຫັນວ່າ, ເກືອບທຸກສະຖານໄດ້ກະກຽມໃຫ້ແກ່ງານກິລາຢ່າງສຳເລັດ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-13468.html

In bài biết