17:43 | 15/03/2022

ອາໄລຫານັກຂ່າວອານເຊຣີ ທີ່ເສຍຊີວິດຢູ່ ຫວຽດນາມ ໃນປີ 1974

ການໂຄສະນາອາຫານການກິນຫວຽດນາມ ຢູ່ອານເຊຣີ ການໂຄສະນາອາຫານການກິນຫວຽດນາມ ຢູ່ອານເຊຣີ
ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ ຫວຽດນາມ ແລະ ອານເຊຣີ ເພີ່ມທະວີການຄ້າທາງອອນລາຍ

ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ອານ​ເຊຣີ ຫງວຽນ​ແທ່ງ​ວິງ ​ເນັ້ນ​ໜັກ​ວ່າ: ການ​ວາງ​ດອກ​ໄມ້ອາໄລຫາ​ບັນດາ​ນັກ​ຂ່າວ, ນັກ​ເຕັກນິກ, ນັກ​ຂ່າວຫວຽດນາມ ​ແລະ ບັນດາ​ພະນັກງານຈຸບິນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາວ ຫວຽດນາມ ກ່ຽວ​ກັບ​ຄວາມ​ຮູ້​ບຸນຄຸນສຳລັບການ​ເສຍສະຫຼະ​ຂອງ​ຄົນ​ລຸ້ນກ່ອນໃນ​ການ​ກໍ່ສ້າງ ​ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ ​ແລະ ​ສອງຊາດ.

ອາໄລຫານັກຂ່າວອານເຊຣີ ທີ່ເສຍຊີວິດຢູ່ ຫວຽດນາມ ໃນປີ 1974
ອາໄລຫານັກຂ່າວອານເຊຣີ ທີ່ເສຍຊີວິດຢູ່ ຫວຽດນາມ ໃນປີ 1974. (ພາບ; vietnamplus)

ທ່ານ​ປະທານ​ສະມາຄົມ​ມິດຕະພາບ​ອານ​ເຊຣີ - ຫວຽດນາມ Tayeb Cherfaoui ​ໃຫ້​ຮູ້​ວ່າ: ພິທີ​ອາໄລຫາ ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສອງ​ປະ​ເທດ​ ມີ​ຄວາມ​ເຂົ້າ​ໃຈ​ກ່ວາ​ອີກ​ ກ່ຽວ​ກັບ​ການ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ຂອງ​ຄົນລຸ້ນກ່ອນ, ຜ່ານນັ້ນ ກໍເຮັດໃຫ້ມີຄວາມເຂົ້າໃຈຄວາມຮັບຜິດຊອບ​ຂອງ​ຕົນໃນ​ການ​ຊຸກຍູ້ ​ແລະ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ຢ່າງ​ບໍ່​ຢຸດ​ຢັ້ງ​ ເພື່ອພັດທະນາ​ການ​ພົວ​ພັນ​ມິດ​ຕະ​ພາບ ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ ອານເຊຣີ ແລະ ຫວຽດນາມ ໃຫ້ຫຼາຍກວ່າອີກ. ນີ້​ກໍ່​ແມ່ນໜ້າທີ່​ທີ່​ນັກ​ຂ່າວ, ນັກ​ວິ​ຊາ​ການ​ຂອງ ອານເຊຣີ ແລະ ຫວຽດນາມ ​ໃນ​ຖ້ຽວ​ບິນ​ປະສົບ​ອຸບັດ​ເຫດ ​ປະຕິບັດ​ກ່ອນ​ຈະຈາກ​ໄປຢ່າງບໍ່ມີວັນຫວນກັບ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13398.html

In bài biết