18:02 | 04/03/2022

ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່ຽວ​ກັບ​ໂຄວິດ - 19 ຂອງ ​ ເຢຍ​ລະ​ມັນ

WB ຄາດ​ວ່າ ຫວຽດ​ນາມ ຈະ​ບັນ​ລຸ​ລະ​ດັບ​ລາຍ​ຮັບ ແລະ ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ RCEP WB ຄາດ​ວ່າ ຫວຽດ​ນາມ ຈະ​ບັນ​ລຸ​ລະ​ດັບ​ລາຍ​ຮັບ ແລະ ການ​ຄ້າ​ໃຫຍ່​ທີ່​ສຸດ​ໃນ RCEP
ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA. ຫວຽດ​ນາມ - ເຢຍ​ລະ​ມັນ​ແລກ​ປ່ຽນ​ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ຂໍ້​ຕິດ​ຂັດ​ໃນ​ການ​ນຳ​ໃຊ້​ທຶນ ODA.
ຫວຽດ​ນາມ ບໍ່​ນອນ​ໃນ​ບັນ​ຊີ​ລາຍ​ຊື່ທີ່​ມີ​ຄວາມ​ສ່ຽງ​ສູງ​ກ່ຽວ​ກັບ​ໂຄວິດ - 19 ຂອງ ​ ເຢຍ​ລະ​ມັນ
ພາບ​ປະ​ກອບ: TTXVN

ຕາມ​ແຈ້ງ​ການ​ຂອງ RKI ແລ້ວ, ເມື່ອ​ເຊື້ອ​ໄວ​ຣັດ​ສາຍ​ພັນ Omicron ແຜ່​ລະ​ບາດ​ໃນ​ວົງ​ກ້​ວາງ, ຄວາມ​ສາ​ມາດມີ​ຄວາມ​ສ່ຽງ​ຕໍ່​ຊີ​ວິດ​ອິນ​ຊີ​ຂອງ​ສາຍ​ພັນ​ນີ້ ໄດ້​ຮັບ​ການ​ພິ​ສູດ​ວ່າ​ແມ່ນ​ໜ້ອຍ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ເຊື້ອ​ໄວ​ຣັດ​ສາຍ​ພັນ​ຕ່າງໆ ດັ່ງ​ນັ້ນ ຈະ​ບໍ່​ມີ​ປະ​ເທດ ຫຼື ເຂດ​ໃດ​ໄດ້​ຮັບ​ຖື​ວ່າ​ມີ​ຄວາມ​ສ່ຽງ​ສູງ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19, ໝາຍ​ຄວາມ​ວ່າ ບໍ່​ຈຳ​ເປັນ​ຕ້ອງ​ແຈ້ງ​ອາ​ການ​ສຸ​ຂະ​ພາບ ແລະ ແຍກ​ຕົວ​ເມື່ອ​ເຂົ້າ​ເມືອງ ເຢຍ​ລະ​ມັນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂໍ້​ກຳ​ນົດ 3 G (ໄດ້​ສັກ​ວັກ​ຊິນ, ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວ, ມີ​ຜົນ​ກວດ​ເປັນ​ລົບ) ຍັງ​ໄດ້​ນຳ​ໃຊ້​ສັບ​ລັບ​ທຸກ​ປະ​ເທດ.

ກ່ອນ​ໜ້າ​ນັ້ນ, ຫວຽດ​ນາມ ຖືກ​ເຢຍ​ລະ​ມັນ ​ຈັດ​ເຂົ້າ​ບັນ​ຊີ​ບັນ​ດາ​ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ມີ​ຄວາມ​ສຽງ​ສູງ​ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ນັບ​ແຕ່​ວັນ​ທີ 15 ສິງ​ຫາ. ບັນ​ດາ​ກໍ​ລະ​ນີ​ເຂົ້າ​ເມືອງ​ເຢຍ​ລະ​ມັນ ທີ່ມາຈາກ ຫວຽດ​ນາມ ນອກ​ຈາກ​ການ​ວິ​ໄຈ​ຫາ​ເຊື້ອ PCR ກ່ອນ​ເດີນ​ທາງແລ້ວ, ຍັງ​ຕ້ອງ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ແບບ​ທາງ​ໄກ​ດ້ວຍ RKI ແລະ ຕ້ອງ​ແຍກ​ຕົວ 10 ວັນ​ຢູ່​ສະ​ຖານ​ທີ່​ພັກ​ອາ​ໄສ​ພາຍຫຼັງ​ເຂົ້າ​ເມືອງ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13295.html

In bài biết