10:04 | 03/03/2022

ຂະແໜງການທູດພິເສດຖືເປັນສໍາຄັນ ແລະເບິ່ງແຍງດູແລວຽກງານກໍ່ສ້າງພັກ

ການແຫ່ທວນໄຟຊີເກມ 31 ຈະໄປຜ່ານ 12 ແຂວງ ແລະນະຄອນ ການແຫ່ທວນໄຟຊີເກມ 31 ຈະໄປຜ່ານ 12 ແຂວງ ແລະນະຄອນ
ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ ທ່ານເອກອັກຄະລັດຖະທູດ ຫຼີ໋ກວກຕວ໊ນ ຢ້ຽມຢາມ, ເຮັດວຽກກັບປະຊາຄົມ ແລະວິສາຫະກິດຂອງຊາວຫວຽດນາມ ອາໄສຢູ່ມຽນມາ

ນີ້ແມ່ນກອງປະຊຸມຊາບຊຶມມະຕິຂອງສູນກາງທໍາອິດຢູ່ກະຊວງການຕ່າງປະເທດ ທີ່ດໍາເນີນແບບໂດຍກົງ ແລະທາງໄກ. ທ່ານ ຟ້າມກວາງຮ໊ຽວ ຮອງລັດຖະມົນຕີຕ່າງປະເທດເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.

ຂະແໜງການທູດພິເສດຖືເປັນສໍາຄັນ ແລະເບິ່ງແຍງດູແລວຽກງານກໍ່ສ້າງພັກ
ທ່ານ ຟ້າມກວາງຮ໊ຽວ ຮອງລັດຖະມົນຕີຕ່າງປະເທດກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຟ້າມກວາງຮ໊ຽວ ເນັ້ນໜັກວ່າວຽກງານກໍ່ສ້າງ, ປັບປຸງພັກຍາມໃດກໍ່ແມ່ນໜ້າທີ່ຫຼັກແຫຼ່ງ, ສໍາຄັນພິເສດ, ມີຄວາມໝາຍເປັນຕາຍຕໍ່ພັກເຮົາ. ຂະແໜງການທູດຍາມໃດກໍ່ຖືເປັນສໍາຄັນ ແລະເບິ່ງແຍງວຽກງານກໍ່ສ້າງພັກທັງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ອົງການຈັດຕັ້ງ ແລະພະນັກງານ. ຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ພະນັກງານ, ສະມາຊິກພັກຂະແໜງການທູດໄດ້ມານະພະຍາຍາມບຳລຸງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດ, ແບບແຜນການດໍາລົງຊີວິດ, ສິລະປະການທູດຂອງປະທານໂຮ່ຈີມິນ ໃນວຽກງານການທູດ. ບົນພື້ນຖານຜົນກອງປະຊຸມ, ບັນດາອົງການ, ກົມກອງ, ອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດຊາບຊຶມຄຳສັ່ງຊີ້ນໍາຂອງການນໍາກະຊວງການຕ່າງປະເທດ ກໍ່ສ້າງແຜນການ, ເພີ່ມເຕີມເຂົ້າໂຄງການດໍາເນີນງານ ແລະຜັນຂະຫຍາຍການປະຕິບັດຢ່າງເຂັ້ມງວດ.

Link: https://huunghivietlao.thoidai.com.vn/detail-article-13265.html

In bài biết