13:59 | 28/02/2022

ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ

ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ
ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສືບຕໍ່ໜູນຊ່ວຍຊາວເຜົ່າຈຳ ແກ້ໄຂຄວາມຫຍຸ້ງຍາກ ສະຖານທູດ ຫວຽດນາມ ປະຈຳ ມາເລເຊຍ ສືບຕໍ່ໜູນຊ່ວຍຊາວເຜົ່າຈຳ ແກ້ໄຂຄວາມຫຍຸ້ງຍາກ
ກໍານົດຈຸດເອກະລັກເສັ້ນຊາຍແດນຕອນຕິດຈອດກັນລະຫວ່າງແຂວງເຊີນລາ ແລະແຂວງຫົວພັນ
ຜູ້ຕາງໜ້າສອງຝ່າຍເຊັນບົດບັນທຶກການເຮັດວຽກ. ພາບ: qdnd.vn

ຍ້ອນຄຸນລັກສະນະພູມີປະເທດສັບສົນຂອງຕອນຊາຍແດນຈາກຫຼັກໝາຍຊາຍແດນ ເລກທີ 257 ເຖິງ 259 ສະນັ້ນ ປະຊາຊົນຢູ່ສອງຟາກຊາຍແດນ ຈຶ່ງມັກຫຼົງລືມໃນການປູກຝັງ, ກໍ່ຄວາມຫຍຸ້ງຍາກໃຫ້ແກ່ການເຄື່ອນໄຫວຄຸ້ມຄອງຂອງກໍາລັງປົກປັກຮັກສາຊາຍແດນຂອງສອງປະເທດ. ຕາມຄໍາສະເໜີຈາກຂັ້ນຮາກຖານ ແລະກໍາລັງທະຫານຊາຍແດນຂອງສອງຝ່າຍ, ຄະນະນັກວິຊາການຊາຍແດນຂອງສອງປະເທດ ໄດ້ລົງໄປພື້ນທີ່ຕົວຈິງເພື່ອສໍາຫຼວດ, ວັດແທກ, ກໍານົດທີ່ຕັ້ງ ແລະປັກຫຼັກເພື່ອເປັນເຄື່ອງໝາຍຢູ່ຈຸດທີ່ເປັນເອກະລັກຂອງເສັ້ນຊາຍແດນ. ຕາມນັ້ນແລ້ວ, ເພື່ອຮັບຮູ້ເສັ້ນຊາຍແດນຢູ່ພື້ນທີ່ຕົວຈິງຕອນແຕ່ຫຼັກໝາຍຊາຍແດນເລກທີ 257 ເຖິງ 259, ສອງຝ່າຍໄດ້ກໍານົດ ແລະປັກຫຼັກເພື່ອເປັນເຄື່ອງໝາຍຢູ່ຈຸດທີ່ເປັນເອກະລັກດ້ວຍເບຕົງເສີມເຫຼັກ, ຂະໜາດ 10cm x 10cm x 70cm (ຝັງເລິກລົງດິນ 40cm) ຢູ່ 11 ຈຸດເຄື່ອງໝາຍເອກະລັກ ແຕ່ເລກ 1 ເຖິງ 11.

ສອງຝ່າຍໄດ້ມອບຮັບ 11 ຫຼັກໝາຍດັ່ງກ່າວໃຫ້ແກ່ຜູ້ຕາງໜ້າອໍານາດການປົກຄອງທ້ອງຖິ່ນ ແລະກໍາລັງທີ່ກ່ຽວຂ້ອງຂອງແຂວງເຊີນລາ ແລະແຂວງຫົວພັນ ເພື່ອຄຸ້ມຄອງ, ປົກປັກຮັກສາ.

Link: https://huunghivietlao.thoidai.com.vn/detail-article-13240.html

In bài biết