09:07 | 18/02/2022

ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ Deborah Paul ເອກອັກຄະລັດຖະທູດການາດາປະຈຳຫວຽດນາມ

ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ ເອກອັກຄະລັດຖະທູດກູບາ ຕີລາຄາສູງນະໂຍບາຍທີ່ໄຫວພິບຂອງຫວຽດນາມ ຊ່ວຍຍູ້ຖອຍພະຍາດ, ຟື້ນຟູເສດຖະກິດ
ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ ທ່ານ Paul Jansen ເອກອັກຄະລັດຖະທູດແບນຊິກໄດ້ມອບຂອງຂວັນ 6.200 ພູດ ໃຫ້ແກ່ເດັກນ້ອຍອະນຸບານຢູ່ແຂວງກວາງນາມ, ກວາງຫງາຍ ແລະ ກອນຕູມ

ວັນ​ທີ 16 ກຸມ​ພາ ທີ່​ຮ່າ​ໂນ້ຍ, ທ່ານນາງ ຫງວຽນເຟືອງງາ ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້​ມອບຫຼຽນ​ກາ​ທີ່​ລະ​ນຶກ “ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບລະ​ຫວ່າງ​ບັນ​ດາ​ຊົນ​ຊາດ” ມອບ​ໃຫ້​ທ່ານ Deborah Paul ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ກາ​ນາ​ດາ ປະ​ຈຳ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ທີ່​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໄດ້​ສຳ​ເລັດວາ​ລະ​ການ​ປະ​ຕິ​ບັດ​ໜ້າ​ທີ່ວຽກ​ງານ.

ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ Deborah Paul ເອກອັກຄະລັດຖະທູດການາດາປະຈຳຫວຽດນາມ
ທ່ານນາງ ຫງວຽນເຟືອງງາ ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ​ຫວຽດ​ນາມ ໄດ້ ມອບຫຼຽນກາທີ່ລະນຶກໃຫ້ແກ່ທ່ານ Deborah Paul ເອກອັກຄະລັດຖະທູດການາດາ ປະຈຳ ຫວຽດນາມ. ພາບ​: vietnamplus

ນີ້​ແມ່ນ​ລາງວັນ​ສູງ​ສຸດ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ຮັບ​ຮອງ ແລະ ສັນ​ລະ​ເສີນການ​ປະ​ກອບ​ສ່ວນ​ຕ່າງໆ​ທີ່​ລ້ຳ​ຄ່າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ໃນ​ການ​ລະ​ດົມ ແລະ ຊຸມ​ຍູ້​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ພົວ​ພັນ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ​ນາມ-ກາ​ນາ​ດາ.

ທ່ານ​ນາງ ຫງວຽນເຟືອງງາ ໃຫ້​ຮູ້​ວ່າ​ວາ​ລະ​ສະ​ໄໝ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Deborah Paul ປະ​ຈຳ​ທີ່​ຫວຽດ​ນາມ ເປັນ​ໄລ​ຍະ​ເວ​ລາ​ທີ່​ມີຫຼາຍ​ເຫດ​ການ​ສຳ​ຄັນ​ເກີດ​ຂຶ້ນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ນາ​ດາ, ພິ​ເສດ​ແມ່ນ​ລະ​ນຶກ 45 ປີ ການ​ສ້າງ​ຕັ້ງ​ການ​ພົວ​ພັນ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ປີ 2018, ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ທີ່​ດີ ແລະ ຍືນ​ຍົງ​ຂອງ​ການ​ພົວ​ພັນຫວຽດ​ນາມ-ກາ​ນາ​ດາ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Deborah Paul ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ປະ​ສານ​ງານ​ຈັດ​ແຈງ​ບັນ​ດາ​ການ​ພົບ​ປະ​ຂັ້ນ​ສູງ, ການ​ໂທ​ລະ​ສັບ​ປຶກ​ສາ​ຫາ​ລື, ແລກ​ປ່ຽນ​ໂທ​ລະ​ສານ​ລະ​ຫວ່າງ​ການ​ນຳ​ກາ​ນາ​ດາ ແລະ ການ​ນຳ​ພັກ, ລັດ ຫວຽດ​ນາມ, ເຄື່ອນ​ໄຫວ​ສະ​ໜັບ​ສະ​ໜູນ​ບົດ​ບາດ​ຂອງ​ຫວຍດ​ນາມ​ໃນ​ບັນ​ດາ​ເວ​ທີ​ພາກ​ພື້ນ ແລະ ສາ​ກົນ, ເປັນ​ຕົ້ນ​ແມ່ນ​ເວ​ລາ​ທີ່​ຫວຽດ​ນາມ​ຮັບ​ໜ້າ​ທີ່ຕຳ​ແໜ່ງ​ປະ​ທານອາ​ຊຽນ 2020, ສະ​ມາ​ຊິກ​ທີ່ບໍ່​ຖາ​ວອນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ແລະ ຈຸດ​ຢືນ​ຂອງ​ຫວຽດ​ນາມ​ໃນ​ການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ໃນ​ທະ​ເລ​ຕາ​ເວັນ​ຢ່າງ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ ແລະ ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ທາງ​ທະ​ເລ ປີ 1982.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Deborah Paul ກໍມີການ​ປະ​ກອບ​ສ່ວນຫຼາຍ​ຢ່າງ​ໃນ​ການ​ຊຸກ​ຍູ້​ສາຍ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ນາ​ດາ ໃນ​ທຸກ​ຂົງ​ເຂດ​ນັບ​ແຕ່​ການ​ເມືອງ-ການ​ຕ່າງ​ປະ​ເທດ ຈົນ​ຮອດ​ເສດ​ຖະ​ກິດ, ການ​ຄ້າ, ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະ​ຫງົບ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ-ການ​ບຳ​ລຸງ, ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ, ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ, ການ​ປົບ​ປະ​ປະ​ຊາ​ຊົນ.

ຮອດ​ປັດ​ຈຸ​ບັນ, ສອງ​ປະ​ເທດ​ໄດ້​ຜັັນ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນສັນ​ຍາ​ຄູ່​ຮ່ວມ​ມື​ຮອບ​ດ້ານ ແລະ ກ້າວຂ້າມ​ຜ່ານ​ທະ​ເລປາ​ຊີ​ຟິກ (CPTPP), ການ​ພົວ​ພັນ​ເສດ​ຖະ​ກິດ-ການ​ຄ້າ​ລະ​ຫວ່າງ​ຫວຽດ​ນາມ ແລະ ກາ​ນາ​ດາ ທີ່​ໄດ້​ຖືກ​ຈາ​ລຶກ​ຜົນ​ງານ​ທີ່​ໜ້າ​ປະ​ທັບ​ໃຈ.

ຫວຽດ​ນາມ​ປັດ​ຈຸ​ບັນ​ນີ້ ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ສຸດ​ຂອງ​ກາ​ນາ​ດາ​ໃນ​ກຸ່ມ​ອາ​ຊຽນ. ກາ​ນາ​ດາ​ກໍ​ໄດ້​ມີຫຼາຍ​ກິດ​ຈະ​ກຳ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ຊ່ວຍ​ເຫຼືອ​ຫວຽດ​ນາມ​ໃນ​ການ​ຕ້ານ, ສະ​ກັດ​ກັ້ນ​ການ​ແຜ່​ລະ​ບາດ​ພະ​ຍາດ​ໂຄວິດ-19.

ເພື່ອ​ສະ​ແດງ​ຄວາມຂອບໃຈໃນ​ຄວາມ​ຮັກ​ແພງ, ການ​ຮ່ວມ​ມື, ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ ທີ່ທ່ານເອກອັກຄະລັດຖະທູດ Deborah Paul ໄດ້​ມອບ​ໃຫ້​ແກ່​ຫວຽດ​ນາມ, ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ ປາດຖະໜາວ່າ ບໍ່ວ່າຈະຢູ່ຊັ້ນ​ຕຳ​ແໜ່ງວຍກ​ງານ​ໃດ, ທ່ານເອກອັກຄະລັດຖະທູດ Deborah Paul ຈະຍັງສືບຕໍ່ມອບ​ຄວາມເອົາໃຈໃສ່ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າຕໍ່​ກັບການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ​ປະຊາຊົນ​ຫວຽດນາມ ​ແລະ ກາ​ນາ​ດາ, ປະກອບສ່ວນເຮັດ​ໃຫ້ເລິກ​ເຊິ່ງ​ອີກ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ ທີ່​ກຳ​ລັງ​ຂະ​ຫຍາ​ຕົວ​ຢ່າງ​ງົດ​ງາມລະຫວ່າງ 2 ປະ​ເທດ.

ສະ​ແດງ​ຄວາມ​ດີ​ໃຈ​ທີ່​ໄດ້​ເຂົ້າ​ຮ່ວມ​ພິ​ທີ​ອັນ​ມີ​ຄວາມ​ໝາຍ ແລະ ໄດ້ຮັບ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ, ທ່ານເອກອັກຄະລັດຖະທູດ ນາງ Deborah Paul ແບ່ງ​ປັນ​ວ່າ​ທ່ານ​ໄດ້​ມີ​ຊ່ວງ​ເວ​ລາ​ທີ່​ດີ​ທີ່​ສຸດ​ໃນ​ການ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ຜືນ​ແຜ່ນ​ດິນ​ຫວຽດ​ນາມ​ອັນ​ງົດ​ງາມ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຢືນ​ຢັນ​ວ່າ​ທ່ານ​ຈະ​ມອບ​ຄວາມ​ຮັກ​ແພງ​ທີ່​ດີ​ໃຫ້​ແກ່​ຫວຽດ​ນາມ, ເພີ່ມ​ພູນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຊົນ​ຊາດ​ກາ​ນາ​ດາ-ຫວຽດ​ນາມ ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ.

ວິ​ລະ​ຊົນ

Link: https://huunghivietlao.thoidai.com.vn/detail-article-13143.html

In bài biết