06:30 | 18/02/2022

ຄົນຫວຽດນາມ ສ້າງອຸປະກອນບິນຂຶ້ນຕາມແນວຕັ້ງ

ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565 ປະຊາຄົມຄົນຫວຽດນາມທີ່ໂປໂລຍຈັດບຸນມະຫາພຸດທິເບກ ພສ 2565
ທ່ານ ປອ ຄົນຫວຽດນາມ ຍາດໄດ້ລາງວັນສາກົນ ດ້ານເຕັກໂນໂລຊີການພິມ 3D ທ່ານ ປອ ຄົນຫວຽດນາມ ຍາດໄດ້ລາງວັນສາກົນ ດ້ານເຕັກໂນໂລຊີການພິມ 3D
ຄົນຫວຽດນາມ ສ້າງອຸປະກອນບິນຂຶ້ນຕາມແນວຕັ້ງ

ພາບປະກອບ

ອຸປະກອນນີ້ ແຕກຕ່າງຈາກ drone (ເຮືອບິນບໍ່ມີຄົນຂັບ), ເຊິ່ງສາມາດປ່ຽນຈາກລະບົບການຍິງ ໄປສູ່ການ​ບິນ​ຂຶ້ນຕາມແນວຕັ້ງໃນຮູບແບບປີກແຂງ, ຊ່ວຍຍົກສູງປະສິດທິຜົນໂດຍບໍ່ຈໍາເປັນຕ້ອງມີທາງແລ່ນ.

ການປັບປຸງນີ້ ເຮັດໃຫ້ມັນປອດໄພກວ່າໃນພື້ນທີ່ທີ່ຫຍຸ້ງຍາກ ເຊັ່ນ: ເຂດປ່າ ແລະ ເຂດຕົວເມືອງ. ມາ​ຮອດ​ປະຈຸ​ບັນ, ກຸ່ມຄົ້ນຄ້ວາ ​ດັ່ງກ່າວ​ ໄດ້ປະດິດ​ສ້າງ​ຍົນປີກ​ແຂງ​ຂະໜາດ​ໃຫຍ່​ທີ່​ສຸດ​ ຂອງ​ກຸ່ມທີ່​ບິນ​ຂຶ້ນ​ຕາມແນວ​ຕັ້ງ​ໄດ້ 5 ລຳ, ມີ​ປີກ 2,4 ​ແມັດ, ບິນໄດ້ 110 ນາທີ ດ້ວຍ​ຄວາມ​ໄວ 80 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ.

ປະຈຸ​ບັນ, ອຸປະກອນ​ດັ່ງກ່າວ ​ໄດ້​ຮັບ​ການ​ນຳ​ໃຊ້​ໂດຍ​ຫຼາຍ​ຫົວໜ່ວຍ​ພາຍ​ໃນ​ປະ​ເທດ ​ແລະ ຮັບ​ໃຊ້​ຫຼາຍ​ໂຄງການ​ໃນ​ການ​ວັດ​ແທກ, ​ເຮັດ​ແຜນ​ທີ່ ຫຼື ການ​ປະ​ເມີນ​ຄຸນ​ນະພາ​ບອາກາດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-13141.html

In bài biết