06:30 | 16/02/2022

ປະ​ກ​າດ​ການ​ສະ​ເໜີ​ຊາວ​ໜຸ່ມ​ ​ຫວຽດ​ນາມ ດີ​ເດັ່ນ 20 ຄົນ

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ: ຫວຽດ​ນາມ ໃຫ້​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ໃນ​ນັ້ນ ມີ ສ.ເກົາຫຼີ
ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ” ງານວາງ​ສະ​ແດງ​ພາບ​ຖ່າຍ “ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ - ສປ​ປ.ເກົາຫຼີ ແລະ ຂີດ​ໝາຍ​ຂອງ​ການ​ນຳ​ສອງ​ປະ​ເທດ”
ປະ​ກ​າດ​ການ​ສະ​ເໜີ​ຊາວ​ໜຸ່ມ​ ​ຫວຽດ​ນາມ ດີ​ເດັ່ນ 20 ຄົນ
ການ​ຖະ​ແຫຼງ​ຂ່າວ (ພາບ​: ຄະ​ນະ​ຈັດ​ຕັ້ງ)

ຢູ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ, ສະ​ພາ​ໄດ້​ດຳ​ເນີນ​ການ​ປ່ອນ​ບັດ​ລັບ ໂດຍ​ເລືອກ​ເອົາ​ຊາວ​ໜຸ່ມ​ດີ​ເດັ່ນທີ່​ສຸດ 20 ຄົນ​​ເຂົ້າ​ໃນ​ການ​ຄັດ​ເລືອກ​ແບບທາງ​ໄກ ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ຢ່າງ​ກ້​ວາງ​ຂວາງ​ຂອງ​ຄະ​ນະ​ຊາວ​ໜຸ່ມ, ຊາວ​ໜຸ່ມ, ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ. ການ​ຄັດ​ເລືອກທາງ​ໄກ ຊາວ​ໜຸ່ມ ຫວຽດ​ນາມ​ດີ​ເດັ່ນ​ໃນ​ປີ 2021 ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 14 ຫາ 28 ກຸມ​ພາ ປີ 2022 ຢູ່ 12 ອົງ​ການ​ສື່ມວນ​ຊົນ ແລະ ບາງ​ເວັບ​ໄຊ​ຂອງ​ບັນ​ດາ​ແຂວງ, ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ.

ພິ​ທີ​ເຊີດ​ຊູ​ຊາວ​ໜຸ່ມ ຫວຽດ​ນ​າມ​ດີ​ເດັ່ນ ປີ 2021 ຄາດ​ວ່າ ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 20 ມີ​ນາ ຫາ ວັນ​ທີ 24 ມີ​ນາ ປີ 2022 ຢູ່​ນະ​ຄອນຫຼວງ​ຮ່າ​ໂນ້ຍ.

ຊາວ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ​ແມ່ນ​ລາງວັນ​ອັນ​ສູງ​ສົ່ງ​ຂອງ​ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມ​ພັກ​ກອມ​ມູ​ນິດ ໂຮ່​ຈີ​ມິນ ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນ​ດາ​ຊາວ​ໜຸ່ມ​ແບບ​ຢ່າງ​ດີ​ເດັ່ນ, ມີ​ຜົນ​ງານ​ທີ່​ພົ້​ນ​ເດັ່ນ ໃນຫຼາຍ​ຂົງ​ເຂດ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-13110.html

In bài biết