07:39 | 14/02/2022

ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD

ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021 ເດືອນ​ມັງ​ກອນ 2022, ການ​ສົ່ງ​ອອກ​ຂອງ ຫວຽດ​ນາມ ບັນ​ລຸ 29 ຕື້ USD, ເພີ່ມ​ຂຶ້ນ 1,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2021
ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ ທະນາຄານ HSBC ໃຫ້ຄຳໝັ້ນສັນຍາຈັດແບ່ງຈຳນວນເງິນ 12 ຕື້ USD ໜູນຊ່ວຍການພັດທະນາແບບຍືນຍົງຢູ່ ຫວຽດນາມ

​ໃນ​ນັ້ນ, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ໄປ​ຍັງ​ລັດ​ເຊຍ ​ບັນລຸ 4,5 ຕື້ USD, ​ເພີ່ມ​ຂຶ້ນ 20,4% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ໃນ​ບັນດາປະເພດສິນຄ້າດັ່ງກ່າວ ມີສິນຄ້າທີ່ມີ​ຕົ້ນ​ກຳ​ເນີດປະເພດ​ພືດຂອງຫວຽດ​ນາມ ສົ່ງ​ອອກໄປ​​​ຍັງ ລັດ​ເຊຍ ບັນ​ລຸ 282 ລ້ານ USD, ເພີ່ມ​ຂຶ້ນ 21,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ວົງ​ເງິນ​​ນຳ​ເຂົ້າ-ສົ່ງ​ອອກ​ລະຫວ່າງຫວຽດນາມ ​ແລະ ສະຫະພັນລັດ​ເຊຍ ບັນລຸ 6,3 ຕື້ USD
ພາບປະກອບ: TTXVN

ໃນນັ້ນ, ຜະລິດຕະພັນກາເຟຂອງຫວຽດນາມ ບັນລຸ 153 ລ້ານ USD , ເຕີບໂຕ 20%; ​ໝາກ​ໄມ້ປະເພດຕ່າງໆ​ບັນ​ລຸ 75,5 ລ້ານ USD, ເພີ່ມ​ຂຶ້ນ​ປະ​ມານ 38%. ໃນນັ້ນປະເພດສິນຄ້າມີການເຕີບໂຕດີທີ່ສຸດໃນໄລຍະມໍ່ໆ ມານີ້ແມ່ນ​ຫມາກ​ມ່ວງອົບ​ແຫ້ງ.

​ໃນ​ໄລຍະ​ແຕ່​ເດືອນ​ມັງກອນ ​ຫາ​ເດືອນ​ພະຈິກ 2021, ວົງ​ເງິນ​ສົ່ງ​ອອກ​ໝາກມ່ວງ​ອົບແຫ້ງ​ຂອງ​ຫວຽດນາມ ​ໄປ​ຍັງລັດ​ເຊຍ​ບັນລຸ 9,1 ລ້ານ​ USD, ​ເພີ່ມ​ຂຶ້ນ​ກວ່າ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ກວມເອົາ​ກວ່າ 92% ຂອງ​ວົງ​ເງິນ​ການ​ນຳ​ເຂົ້າ​ທັງ​ໝົດຂອງສະຫະພັນລັດເຊຍ.

​ໃນ​ຂະນະ​ນັ້ນ, ຕາມ​ສະຖິຕິ​ຂອງ​ສະຫະພັນ​ລັດ​ເຊຍ ​ໃນ​ປີ 2017, ຍອດ​ມູນ​ຄ່າ​ການ​ນຳ​ເຂົ້າ​ໝາກ​ມ່ວງ​ອົບແຫ້ງ ​ແລະ ຜະລິດຕະພັນໝາກ​ໄມ້​ອົບແຫ້ງ​ເຂົ້າ​ລັດ​ເຊຍ ພຽງ​ແຕ່ 202.000 USD.

ບູນມີ

Link: https://huunghivietlao.thoidai.com.vn/detail-article-13093.html

In bài biết