ຮ່າໂນ້ຍລອດເຂົ້າທອັບ 25 ສະຖານທີ່ອາຫານການກິນແຖວໜ້າໂລກ
| ຮ່າໂນ້ຍ ລອດເຂົ້າທອັບ 25 ສະຖານທີ່ອາຫານການກິນແຖວໜ້າໂລກ | |
| ວິສາຫະກິດຜູ້ປະກອບການຊາວສິງກະໂປຄາດຫວັງໃນການເປີດກວ້າງການລົງທຶນທີ່ຮ່າໂນ້ຍ |
![]() |
| ພາບປະກອບ: vtv.vn |
ບັນຊີລາຍຊື່ “Travelers’ Choice Best of the Best 2022” ແນະນໍາສະຖານປາຍທາງ, ການບໍລິການ, ຜ່ານພຶດຕິກໍາຕົວຈິງ “ດີທີ່ສຸດຂອງດີທີ່ສຸດ” ໃນຂະແໜງການທ່ອງທ່ຽວບົນການອີງຕາມການຕີລາຄາຂອງນັກທ່ອງທ່ຽວຫຼາຍລ້ານຄົນໃນທົ່ວໂລກ. ຮ່າໂນ້ຍໄດ້ຮັບການເຊີດຊູຍ້ອນ “ບັນດາເຍື່ອງອາຫານຢູ່ທີ່ນີ້ແຊ໊ບເຮັດໃຫ້ແຂກທ່ອງທ່ຽວຫຼາຍຄົນກັບມາກິນຫຼາຍເທື່ອ”. Tripadvisor ຍັງພັນລະນາ, ຮ່າໂນ້ຍ ແມ່ນນະຄອນທີ່ເກົ່າແກ່ ແລະມີສະເໜ່, ຮັກສາໄດ້ເຂດຖະໜົນເກົ່າ, ບັນດາເຂດປູຊະນີ ແລະສະຖາປັດຕະຍະກຳພື້ນທີ່ ແຕ່ຍັງຈັດແບ່ງພື້ນທີ່ໃຫ້ແກ່ດການສ້າງແງ່ພັດທະນາການດໍາລົງຊີວິດທັນສະໄໝໃນປະຈຸບັນ. ບ່ອນນີ້ມີຫຼາຍສະຖານທີ່ປາຍທາງທີ່ດຶງດູດຄື ສຸສານປະທານ ໂຮ່ຈີມິນ, ເຮືອນຄຸກ ຮວາລໍ່, ໜອງນໍ້າ, ສວນສາທາລະນະ ເຊິ່ງໄດ້ສ້າງຄວາມດຶງດູດຂອງນະຄອນນີ້ຂຶ້ນຕື່ມອີກ.
ບູນມີ
