07:07 | 26/01/2022

ສາຍການບິນ Bamboo Airways ໄດ້ເປີດຖ້ຽວບິນກົງໄປເຢຍລະມັນ ຢ່າງເປັນທາງການແຕ່ວັນທີ 25 ກຸມພາ

ຫວຽດນາມ ຈະຮັບເອົາວັກຊິນກັນພະຍາດໂຄວິດ - 19  ດ້ວຍຈຳນວນ 4,88 ລ້ານໂດສ ແລະ ນຳເຂົ້າກວ່າ 117.000 ໂດສ  ໃນທ້າຍເດືອນ ກຸມພາ ປີ 2021 ຫວຽດນາມ ຈະຮັບເອົາວັກຊິນກັນພະຍາດໂຄວິດ - 19 ດ້ວຍຈຳນວນ 4,88 ລ້ານໂດສ ແລະ ນຳເຂົ້າກວ່າ 117.000 ໂດສ ໃນທ້າຍເດືອນ ກຸມພາ ປີ 2021
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ 2020 ບັນລຸໄດ້ປະມານ 769 ລ້ານໂດລາສະຫະລັດ

ຕອນ​ເຊົ້າ​ວັນ​ທີ 24 ມັງກອນ​ນີ້, ບໍລິສັດ​ສາຍການບິນ Bamboo Airways ​ໄດ້​ປະກາດ​ເປີດ​ເສັ້ນທາງ​ການ​ບິນ​ໂດຍ​ກົງ ຫວຽດນາມ - ​ເຢຍລະ​ມັນ ​ໃນ​ວັນ​ທີ 25 ກຸມພາ 2022, ​ເພື່ອ​ມຸ່ງ​ໄປ​ເຖິງ​ການສໍາຜັດປະຕູ​​ເຊື່ອມ​ຕໍ່​ກັບ​ພາກ​ພື້ນ​ເອີຣົບ ທີ່ກວ້າງ​ໃຫຍ່.

ສາຍການບິນ Bamboo Airways ໄດ້ເປີດຖ້ຽວບິນກົງໄປເຢຍລະມັນ ຢ່າງເປັນທາງການແຕ່ວັນທີ 25 ກຸມພາ
ສາຍການບິນ Bamboo Airways ໄດ້ເປີດຖ້ຽວບິນກົງໄປເຢຍລະມັນ. ພາບ: Vietnam+

ຕາມ​ແຜນການ​ແລ້ວ, ສາຍ​ການບິນ Bamboo Airways ຈະ​ດຳ​ເນີນຖ້ຽວການບິນ​ຄວາມ​ຖີ່​ໃນ​ເບື້ອງ​ຕົ້ນ 2 ຖ້ຽວໄປ-ກັບ/​ອາທິດ, ຄວາມ​ຖີ່​ລວມຈະ​ຄ່ອຍໆ​ເພີ່ມ​ຂຶ້ນ​ຕາມ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ.

ນັບແຕ່ເດືອນມັງກອນ 2022, ​ບໍ​ລິ​ສັດສາຍການບິນ Bamboo Airways ດຳ​ເນີນ​ບັນດາສາຍ​ການບິນ​ປົກກະຕິ​ໄປ​ໄຕ້​ຫວັນ (ຈີນ), ຍີ່​ປຸ່ນ, ສ.​ເກົາຫຼີ, ສິງກະ​ໂປ, ​ໄທ... ​ແລະ​ເລັ່ງປະຕິບັດ​ສໍາເລັດວຽກງານກະກຽມ​ຄວາມ​ພ້ອມ​ທີ່​ຈະ​ຂະຫຍາຍ ສາຍການບິນແບບ​ປົກກະຕິ​ໄປ​ລາວ, ກຳປູ​ເຈຍ ​ແລະ ​ໂດຍ​ສະ​ເພາະ​ແມ່ນ​ອາ​ເມ​ລິ​ກາ ​ໃນ​ທັນທີ​ທີ່ມີ​ເງື່ອນ​ໄຂສະດວກ. ບໍລິສັດ​ສາຍການບິນ Bamboo Airways ມີ​ແຜນ​ຈະ​ຂະຫຍາຍ​ຂອບຂະໜາດຕາໜ່າງ​ສາຍການບິນ​ສາກົນຂຶ້ນ​ເປັນ 40 ສາຍ​ໃນ​ປີ 2022.

ບູນມີ

Link: https://huunghivietlao.thoidai.com.vn/detail-article-12932.html

In bài biết