16:55 | 25/01/2022

ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ
ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ຢູ່ ແຂວງ ບັກນິງ. ພາບ: TTXVN

ຕາງໜ້າການນໍາພັກ, ລັດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງຄວາມຊົມເຊີຍ, ອວຍພອນ ແລະ ຍ້ອງຍໍຄວາມມານະພະຍາຍາມ ແລະ ບັນດາໝາກຜົນອັນໃຫຍ່ຫຼວງທີ່ຄະນະພັກ, ອໍານາດການປົກຄອງ ແລະ ປະຊາຊົນແຂວງ ບັກນິງ ບັນລຸໄດ້ໃນ25 ປີຜ່ານມາ.

ດ້ວຍ​ຮີດຄອງ​ປະ​ເພນີ​ອັນ​ສະຫງ່າ​ງາມ​ຂອງ​ດິນແດນ​ທີ່​ມີ​ອາລະຍະ​ທຳ, ອຸດົມສົມບູນ​ໄປ​ດ້ວຍມູນເຊື້ອການປະຕິວັດ ແລະ ​ວິລະ​ຊົນ; ດ້ວຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ທີ່​ບັນລຸ​ໄດ້, ​ພ້ອມ​ກັບ​ເຈດຈຳນົງບຸກບຶນ ພັດທະນາ ​ແລະ ຄວາມ​ຕັດສິນ​ໃຈ​ໃໝ່, ບັນຍາກາດ ແລະ ຈິດໃຈໃໝ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເຊື່ອ​ໝັ້ນ​ວ່າ ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ແຂວງ ບັກ​ນິງ ຈະ​ສາມັກຄີ, ​​ຮ່ວມຈິດຮ່ວມໃຈ, ສືບ​ຕໍ່​ຍູ້​ແຮງ​ພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ, ປະຕິບັດ​ຢ່າງມີໄຊ ​ແລະ ລື່ນ​ກາຍ​ຄາດໝາຍ, ໜ້າທີ່ວຽກ​ງານ​ທີ່​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ແຂວງ​ຄັ້ງ​ທີ XX ວາງ​ອອກ, ກໍ່ສ້າງ​ແຂວງ ບັກ​ນິງ ​ໃຫ້​ນັບ​ມື້​ນັບ​ພັດທະນາ​ແບບ​ຍືນ​ຍົງ, ຕາມທິດອາ​ລະ​ຍະ​ທຳ, ຊົນ​ຊາດ ​ແລະ ທັນ​ສະ​ໄໝ.

ເນື່ອງ​ໃນ​ໂອກາດ​ບຸນ​ເຕັດປະຈໍາຊາດ​ປີ 2022 ທີ່​ຈະ​ມາ​ເຖິງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ອວຍພອນ​ໃຫ້​ຄະນະ​ພັກ, ອໍານາດການປົກຄອງ ​ແລະ ປະຊາຊົນ​ແຂວງ ບັກ​ນິງ ​ນັບມື້ນັບ​ມີ​ຄວາມ​ກ້າວໜ້າ ​ແລະ ປະສົບ​ຜົນສຳ​ເລັດ​ຫລາຍ​ຢ່າງໃໝ່, ​ຍິ່ງໃຫຍ່ກວ່າເກົ່າ; ບ້ານ​ເກີດ​ເມືອງ​ນອນ​​ແຂວງ​ບັກ​ນິງ ​ນັບ​ມື້​ນັບ​ຂະ​ຫຍາຍ​ຕົວ, ຮັງມີ ແລະ ​ສວຍ​ງາມ​ກວ່າເກົ່າອີກ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12930.html

In bài biết