16:30 | 18/01/2022

ຫວຽດນາມ ຍາດໄດ້ຫຼຽນຄຳ FIAP ໃນງານປະກວດຮູບຖ່າຍສາກົນ RBG 2021

ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ ດ່ານັ້ງ ຈັດຕັ້ງການປະກວດຮູບຖ່າຍທາງໄກໃຫ້ນັກທ່ອງທ່ຽວ ສ.ເກົາຫຼີ
ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ ຂະແໜງຖ່າຍຮູບ ຫວຽດນາມ ສ້າງຂີດໝາຍທີ່ບັນດາງານປະກວດຮູບຖ່າຍສາກົນ

ງານປະກວດຮູບຖ່າຍສາກົນ RBG 2021 ໄດ້ຈັດຕັ້ງໂດຍ FIAP (ສະຫະພັນນັກຖ່າຍຮູບສາກົນ). ການປະກວດມີ 4 ຫົວຂໍ້ກ່ຽວກັບຮູບຖ່າຍດິຈິຕອລ, ປະກອບມີ: ສີສັນເສລີ, ພາບຂາວດຳເສລີ, ທຳມະຊາດ ແລະ ຫົວຂໍ້ການທ່ອງທ່ຽວ ສຳລັບນັກປະພັນມືອາຊີບ ແລະ ນັກປະພັນສະໝັກຫຼິ້ນຈາກທົ່ວໂລກ ເຂົ້າຮ່ວມການແຂ່ງຂັນ. ຄະນະຜູ້ກວດບົດສົ່ງເຂົ້າປະກວດ ປະກອບດ້ວຍນັກຖ່າຍຮູບທີ່ດີເລີດຈາກອົດສະຕາລີ, ອາຣັບບີ ຊາອູດິດ ແລະ ຕວັກກີ.

ຫວຽດນາມ ຍາດໄດ້ຫຼຽນຄຳ FIAP ໃນງານປະກວດຮູບຖ່າຍສາກົນ RBG 2021
ຫວຽດນາມ ຍາດໄດ້ຫຼຽນຄຳ FIAP ໃນງານປະກວດຮູບຖ່າຍສາກົນ RBG 2021. (ພາບ:ນັກຖ່າຍຮູບ ຫວູແມັງເກື່ອງ)

ທີ່​ການ​ປະ​ກວດ, ນັກ​ຖ່າຍ​ຮູບ​ຫວຽດ​ນາມ ຫວູແມັງເກື່ອງ ໄດ້​ຮັບ​ຫລຽນ​ຄຳ​ຂອງ FIAP ດ້ວຍ​ຮູບ​ພາບ “ຕອນ​ບ່າຍ​ຢູ່​ອ່າວກາດບ່າ” ໃນ​ຫົວ​ຂໍ້​ທ່ອງ​ທ່ຽວ. ຮູບ​ພາບ​ແມ່ນ​ຖ່າຍ​ຈາກ​ມູມສູງ, ສະ​ແດງ​ໃຫ້​ເຫັນທິວ​ທັດ​​ທີ່​ສວຍ​ງາມ​ຂອງ​ອ່າວກາດບ່າ ດ້ວຍ​ສີ​ຟ້າ​ທີ່​ຈັບ​ຕາ ແລະ ​ກະຊັງ ​ໄດ້​ສ້າງ​ຈຸດ​ເດັ່ນ​ໃຫ້​ແກ່ຜົນງານນີ້.

ນອກຈາກນັ້ນ, ບັນດານັກຖ່າຍຮູບຫວຽດນາມ ທີ່ໄດ້ຮັບລາງວັນກິດຕິມະສັກ ແມ່ນ ເຢຶ່ອງຫູ່ຍຂ່າງ ດ້ວຍຮູບຖ່າຍ “ທ່າເຮືອ ຕ່າມກົກ”, ຫວູແມັງເກື່ອງ ດ້ວຍຮູບຖ່າຍ “Wayback 2”, ເຢຶ່ອງຫວູ ດ້ວຍຮູບພາບ “Feeding 3” ແລະ “ຄວາມຮັກພໍ່ລູກ 2”, ຫວູ​ຫາຍ ​ດ້ວຍ​ຮູບ​ພາບ “ເຂດ​ທ່ອງ​ທ່ຽວ Mu Cang Chai”.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-12840.html

In bài biết