06:30 | 14/01/2022

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ

ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ ຫ້າສະ​ຖານ​ທີ່​ທ່ອງ​ທ່ຽວ ທີ່​ເໝາະ​ສົມ​ສຳ​ລັບ​ແຂກ​ທ່ອງ​ທ່ຽວ​ກິນ​ເຈ ຢູ່ ຫວຽດ​ນາມ
ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ” ຄົ້ນຫາ “ນະຄອນຢູ່ຟາກແມ່ນ້ຳສີຂຽວໃສ”

ຖ້ຳ​ເຊີນ​ດ່ອງ​ໄດ້​ຮັບ​ການ​ສຳ​ຫຼວດ​ໂດຍກຸ່ມ​ນັກພະຈົນໄພ​ຂອງ​ສະມາຄົມ​ຄົ້ນຄວ້າ​ຖ້ຳ​ລາຊະວົງ​ອັງກິດ (BRCA) ​ໂດຍ​ທ່ານ Howard Limbert ນໍາໜ້າໄປສໍາຫຼວດ​ໃນ​ປີ 2009. ດ້ວຍ​ວິທີ​ວັດ​ແທກ ​ແລະ ຕົວ​ກຳນົດ​ວັດ​ແທກໂດຍນັກ​ທໍລະນີສາດ​ອາວຸ​ໂສ​ໂລກຮັບຮອງເອົາ, ​ໃນ​ນັ້ນ​ມີ ທ່ານ ປອ Tony Watham, ຖ້ຳ​ເຊີນ​ດ່ອງ ດ້ວຍ​ເນື້ອ​ທີ່ 38,5 ລ້ານ​ m3 ​ແມ່ນ​ຖ້ຳ​ທຳ​ມະ​ຊາດ​ໃຫຍ່​ທີ່​ສຸດ​ໃນ​ໂລກ.

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ
ພາບປະກອບ: Oxalis Adventure

ວັນ​ທີ 30 ​ເມສາ​ ປີ 2013, ອົງການ Guinness ​ໄດ້​ປະກາດ​ບົດ​ບັນທຶກ​ສະຖິຕິ​ໂລກ​ປີ 2013, ​ເຊິ່ງ​ໄດ້​ຮັບຮອງ​ເອົາຖ້ຳ​ເຊີນ​ດ່ອງ ​ເປັນ​ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ຈາກຂີດໝາຍດັ່ງກ່າວ, ຖ້ຳ​ເຊີນ​ດອງ ໄດ້ກາຍເປັນສັນຍາລັກ ແລະ ເຄື່ອງໝາຍ ການຄ້າຂອງການທ່ອງທ່ຽວຂອງຫວຽດນາມ ອອກສູ່ໂລກ ດ້ວຍບັນດາລາຍການ ໂທລະພາບ ແລະ ດົນຕີໃຫຍ່ຂອງໂລກ ທີ່ໄດ້ດຳເນີນຢູ່ທີ່ນີ້ເຊັ່ນ: Good Morning America ຂອງ ABC (2015), ບົດເພງ Alone Pt II ຂອງ Alan Walker (2019)…

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ
ພາບປະກອບ: Oxalis Adventure
ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ
ພາບປະກອບ: Oxalis Adventure

ຖ້ຳ​ເຊີນ​ດ່ອງ ​ໄດ້​ຮັບ​ການ​ຄັດເລືອກ ​ແລະ ເຊີດຊູຈາກ​ວາລະສານ​ທ່ອງ​ທ່ຽວ​ສາກົນ​ທີ່​ມີ​ຊື່​ສຽງ​ ຄື: ທອັບ 11 ​ແຫຼ່ງທ່ອງ​ທ່ຽວ​ດີ​ທີ່​ສຸດ​ໃນ​ໂລກ​ປີ 2019 (ຕາມ​ວາລະສານ Telegraph); ໜຶ່ງໃນ 5 ຈຸດໝາຍປາຍທາງທີ່ຕ້ອງການທີ່ສຸດ ໃນໂລກໃນປີ 2019 (ຕາມ Lonely Planet); ໜຶ່ງໃນຈຸດໝາຍປາຍທາງຂອງປີ 2022 (ຕາມ AFAR)…

ຄົ້ນຫາ​ຄວາມ​ງາມ​ທີ່​ໜ້າ​ຕື່ນ​ເຕັ້ນ​ຂອງ​ຖ້ຳເຊີນດ່ອງ- ຖ້ຳ​ໃຫຍ່​ທີ່​ສຸດ​ໃນ​ໂລກ
ພາບປະກອບ: Oxalis Adventure

ນັກທ່ອງທ່ຽວທີ່ເຂົ້າຮ່ວມໃນການຄົ້ນພົບຖ້ຳເຊີນດ່ອງຍັງ ຈະໄດ້ມີໂອກາດໄດ້ເຫັນ ແລະ ຖ່າຍຮູບທີ່ເປັນເອກະລັກສະເພາະ, ໂດຍສະເພາະແມ່ນໃນຖ້ຳຕ້ອນຮັບ ແສງແດດທີ່ສ່ອງແສງເຮັດໃຫ້ສະຖານທີ່ແຫ່ງນີ້ມີຄວາມມະຫັດສະຈັນ ແລະ ງົດງາມຍິ່ງຂຶ້ນ.

Link: https://huunghivietlao.thoidai.com.vn/detail-article-12781.html

In bài biết