19:07 | 29/12/2021

​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ

ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19 ຫວຽດນາມ ຊ່ວຍເຫຼືອ ລາວປ້ອງກັນ, ຕ້ານພະຍາດໂຄວິດ-19
ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ ຊາວຫວຽດ​ນາມກວ່າ 283.000 ຄົນ ໄດ້​ຮັບ​ການ​ສັກ​ວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ຄົບ 2 ເຂັມ

ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ແລະປະຊາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ ໄດ້ຈັດຕັ້ງການລະດົມການແຜ່ບໍລິຈາກ, ຊ່ວຍເຫຼືອພໍ່ແມ່ພີ່ ນ້ອງຊາວຫວຽດນາມ ທີ່ພວມເຮັດວຽກ, ອອກແຮງງານ ແລະດຳລົງຊີວິດຢູ່ລັດ Selangor ທີ່ຖືກຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາ.

​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ
​ຊ່ວຍເຫຼືອ​ຊາວຫວຽດ​ນາມ ອາໄສຢູ່ມາ​ເລ​ເຊຍ ທີ່​ຖືກ​ຜົນ​ກະ​ທົບ​ຈາກ​ໄພ​ນ້ຳ​ຖ້ວມ. ພາບ: TTXVN

ດ້ວຍການຊ່ວຍເຫຼືອຈາກສະຖານທູດຫວຽດນາມ ປະຈຳມາເລເຊຍ, ຜູ້ໃຈບຸນໃຈ ກຸສົນ ພ້ອມດ້ວຍຄະນະຕິດຕໍ່ພົວພັນລັດ Penang, Johor ແລະ ກຸ່ມອາສາສະໝັກ, ຄະນະຕິດຕໍ່ Selangor ໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນ 50 ພູດ ໃຫ້ແກ່ກຳມະກອນ, ຊາວຜູ້ອອກແຮງງານ, ຄອບຄົວແມ່ຍິງຫວຽດ ທີ່ເປັນໃພ້ຢູ່ມາເລເຊຍ. ຄວາມເອົາໃຈໃສ່, ແບ່ງປັນ ແລະ ໜູນຊ່ວຍຢ່າງທັນການຈາກສະຖານທູດ ແລະປະຊາຄົມຊາວ ຫວຽດນາມ ຢູ່ ມາເລເຊຍ ໄດ້ຊ່ວຍປະຊາຄົມຊາວຫວຽດນາມ ຢູ່ທີ່ນີ້ຜ່ານຜ່າຄວາມຫຍຸ້ງຍາກ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-12582.html

In bài biết