ຂຶ້ນໄປທີ່ 'ປະຕູສະຫວັນ' ຊົມດອກຄາຍເບັ່ງບານ
ສວນດອກຄາຍທີ່ມີຊື່ສຽງຂອງແຂວງແທງຮວ໋າ 'ປ່ຽນເສື້ອໃໝ່' ເພື່ອຕ້ອນຮັບບຸນເຕັດ | |
ດອກຄາຍເຍິດເຕິນ ເບິ່ງຄືວ່າ ບໍ່ອາດຂາດໄດ້ໃນບຸນປີໃໝ່ປະຈໍາຊາດຂອງຫວຽດນາມ |
![]() |
ຕາແສງເມືອງລົ໋ງ , ເມືອງ ກີເຊີນ (ແຂວງເງ້ອານ) ຕັ້ງຢູ່ຮ່ອມພູ ເຈື່ອງເຊີນ ທີ່ສະຫງ່າຜ່າເຜີຍ ດ້ວຍລະດັບຄວາມສູງ 1.500 m ເໜືອນ້ຳທະເລ. ເນື້ອທີ່ຂອງຕາແສງແມ່ນ 142,30 km2 ແມ່ນບ່ອນຢູ່ອາໄສຂອງພົນລະເມືອງ 4.800 ຄົນ. ເກືອບ 100% ຂອງປະຊາກອນແມ່ນຊົນເຜົ່າມົ້ງ. ພາບ: tienphong.vn |
![]() |
ຊຸມທົດສະວັດກ່ອນ, ເມືອງລົ໋ງ ໄດ້ຮັບຖືວ່າ “ເຂດຢາຝິ່ນ” ແຕ່ຕົ້ນໄມ້ຕ່າງໆຢູ່ແຫ່ງນີ້ໄດ້ຖືກລົບລ້າງ, ແທນທີ່ນັ້ນແມ່ນຕົ້ນດອກຄາຍ, ຕົ້ນດອກໝັ້ນ ແລະ ພືດສະໝູນໄພອັນລ້ຳຄ່າຫຼາຍຊະນິດ. ພາບ: tienphong.vn |
![]() |
ອາກາດຢູ່ເມືອງລົ໋ງ ແມ່ນເຢັນສະບາຍ, ນັກທ່ອງທ່ຽວທຸກແຖບຖິ່ນເມື່ອມາແຫ່ງນີ້ມັກຖືວ່າ ເໝືອນດັ່ງ ຊາປາ ຫຼື ດ່າລາດຂອງເງ້ອານ. ພາບ: tienphong.vn |
![]() |
ໃນບັນດາປະເພດຕົ້ນໄມ້, ຕົ້ນດອກຄາຍ ແມ່ນປະຊາຊົນໄດ້ປູກຫຼາຍທີ່ສຸດ. ພາບ: tienphong.vn |
![]() |
ອາກາດໃນປີນີ້ມີຄວາມອົບອຸ່ນ, ສະນັ້ນ ດອກຄາຍ ໃນເມືອງລົ໋ງ ເບັ່ງບານແຕ່ຕົ້ນປີ. ພາບ: tienphong.vn |
![]() |
ຕົ້ນດອກຄາຍຫຼາຍປີທີ່ແຂງແຮງ ຕ້ອນຮັບແສງຕາເວັນ. ພາບ: tienphong.vn |
![]() |
ຕົ້ນດອກຄາຍຫຼາຍປີ ພໍ່ຄ້າໄດ້ຊື້ດ້ວຍລາຄາສູງ. ພາບ: tienphong.vn |
![]() |
ຕົ້ນດອກຄາຍທີ່ເບັ່ງບານເຕັມທີ່, ສີບົວສົດໃສຢູ່ໃນສວນນ້ອຍ. ພາບ: tienphong.vn |
![]() |
ຕົ້ນດອກຄາຍເບັ່ງບານໃນຕົ້ນປີ ເຮັດໃຫ້ປະຊາຊົນເສຍແຫຼ່ງລາຍຮັບໃນໄລຍະບຸນເຕັດ, ແຕ່ນີ້ກໍ່ດຶງດູດນັກທ່ອງທ່ຽວມາເມືອງລົ໋ງ, ມາຍັງ “ປະຕູສະຫວັນ”. ພາບ: tienphong.vn |
![]() |
ຢູ່ໃກ້ກັບເຮືອນຂອງຊາວເຜົ່າມົ້ງ ແມ່ນປະເພດພືດທີ່ຄຸ້ນເຄີຍກັບເຂົາເຈົ້າ. ພາບ: tienphong.vn |
![]() |
ສວນໝັ້ນແຕກໜໍ່ ແລະ ອອກໃບອ່ອນ. ພາບ: tienphong.vn |
![]() |
ນັກທ່ອງທ່ຽວ ແລະນັກຖ່າຍຮູບມາສວນຕົ້ນດອກຄາຍເມືອງລົ໋ງເພື່ອຖ່າຍຮູບ, ບັນທຶກຊ່ວງເວລາທີ່ດອກຄາຍເບັ່ງບານສົ່ງລະດູໜາວ ແລະຕ້ອນຮັບລະດູບານໃໝ່ວຽນມາ. ພາບ: tienphong.vn |
![]() |
ອອກຈາກເມືອງລົ໋ງ, ແຂກທ່ອງທ່ຽວຫວັງວ່າຈະກັບມາແຫ່ງນີ້ອີກ... ພາບ: tienphong.vn |
ບູນມີ