ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022
ເພີ່ມທະວີສາຍພົວພັນ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ກໍາປູເຈຍ ແລະຫວຽດນາມ | |
ເມືອງ ຮ່ວາວາງ ສ້າງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ເຂັ້ມແຂງ |
ທີ່ການພົບປະ, ທ່ານລັດຖະມົນຕີ Tea Banh ໄດ້ອວຍພອນທ່ານລັດຖະມົນຕີ ຝ່ານວັນຢາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງ ວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2021). ການນຳກະຊວງປ້ອງກັນປະເທດກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການໜູນຊ່ວຍ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ບັນດາການນຳ ແລະ ປະຊາຊົນ ຫວຽດນາມ ລຸ້ນຕ່າງໆ ທີ່ໄດ້ມອບໃຫ້ປະຊາຊົນ ກຳປູເຈຍ ໃນເມື່ອກ່ອນ ແລະ ປະຈຸບັນ, ຢືນຢັນວ່າ ກຳປູເຈຍ ຍາມໃດກໍ່ຈົດຈຳການໜູນຊ່ວຍຂອງບັນດານັກຮົບອາສາສະໝັກ ຫວຽດນາມ ສຳຫຼັບຊາວກຳປູເຈຍ ໃນຂະບວນການປົດປ່ອຍກຳປູເຈຍ ຈາກລະບອບດັບສູນເຊື້ອຊາດ Khmer ແດງໃນປີ 1979.
![]() |
ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022. (ພາບ: TTXVN) |
ທ່ານລັດຖະມົນຕີ Tea Banh ແຈ້ງໃຫ້ຊາບວ່າ: ກຳປູເຈຍ ໄດ້ຕັດສິນໃຈເປີດປະຕູພື້ນຖານເສດຖະກິດທັງໝົດຂອງປະເທດຄືນໃໝ່ ນັບແຕ່ເດືອນພະຈິກປີກາຍນີ້ ພາຍຫຼັງໄດ້ຮັບມືກັບພະຍາດໂຄວິດ-19 ຢ່າງມີປະສິດທິຜົນ. ໃນປີ 2022, ກຳປູເຈຍ ມີຫຼາຍເຫດການສຳຄັນ ຄື: ຈັດຕັ້ງການເລືອກຕັ້ງຂັ້ນບ້ານໃນວັນທີ 5 ມິຖຸນາ ປີ 2022, ຮຽກຮ້ອງໃຫ້ກຳລັງປະກອບອາວຸດ ຕ້ອງຄວາມພະຍາຍາມເພື່ອຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ.
ທ່ານລັດຖະມົນຕີ ຝ່ານວັນຢາງ ໄດ້ຕີລາຄາສູງການພັດທະນາເສດຖະກິດຂອງກຳປູເຈຍ, ພິເສດແມ່ນດ້ານພື້ນຖານໂຄງລ່າງຕົວເມືອງ. ທ່ານລັດຖະມົນຕີ ຝ່ານວັນຢາງ ໃຫ້ຮູ້ວ່າ: ພາຍຫຼັງການສຳເລັດຫຼາຍວຽກງານລະອຽດ ຂອງບັນດາຫົວໜ່ວຍໃນກະຊວງປ້ອງກັນປະເທດ 2 ປະເທດ, ຫວຽດນາມ ສະເໜີ ກຳປູເຈຍ ສົມທົບກັນຈັດຕັ້ງບັນດາການແລກປ່ຽນຊາຍແດນໃນປີ 2022 ແລະ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນທີ່ ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ເດີນທາງໄປກູ້ຊາດ (20 ມິຖຸນາ 1977-20 ມິຖຸນາ 2022) ຢູ່ຈຸດຢຸດພັກ X-16 (ລົກນິງ-ບິ່ງເຟືອກ).
ໃນການຮ່ວມມືສອງຝ່າຍ, ທ່ານລັດຖະມົນຕີ ຝ່ານວັນຢາງ ເນັ້ນໜັກວ່າ: ຈະສືບຕໍ່ຈັດຕັ້ງການຊ້ອມຮົບຕ້ານຄວາມສ່ຽງແບບໃໝ່, ກູ້ໄພ ແລະ ຊ່ວຍໃຫ້ພົ້ນໄພອັນຕະລາຍ ເຊິ່ງສອງກະຊວງປ້ອງກັນປະເທດໄດ້ຈັດຕັ້ງປະຕິບັດ; ໃນປີ 2022, ສອງຝ່າຍຈະສືບຕໍ່ເພີ່ມທະວີການແລກປ່ຽນກ່ຽວກັບການຝຶກບຳລຸງພາສາຫວຽດ ແລະ Khmer ໃຫ້ນັກສຶກສາຂອງສອງປະເທດ. ຢືນຢັນວ່າ ປີ 2022 ຈະແມ່ນປີແຫ່ງການເຄື່ອນໄຫວສາກົນຫຼາຍຢ່າງ ເມື່ອກຳປູເຈຍເປັນປະທານໝູນວຽນຂອງສະມາຄົມປະຊາຊາດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ແລະ ຈະເປັນເຈົ້າພາບຈັດກອງປະຊຸມຜູ້ບັນຊາການກອງທັບອາຊຽນ.
ລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະສັນກັນວ່າ ວຽກງານຮ່ວມຂອງກະຊວງປ້ອງກັນປະເທດ ສອງປະເທດ ບັນລຸໄດ້ຜົນສຳເລັດອັນດີງາມໃນຂອບເຂດການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການຂອງທ່ານປະທານປະເທດ ຫງວຽນຊວນຟຸກ ແຕ່ວັນທີ 21-22 ທັນວາ, ໃນນັ້ນມີຂໍ້ຕົກລົງເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບົນຫຼັກການບໍ່ອະນຸຍາດໃຫ້ບັນດາກຳລັງສັດຕູໃດ ນຳໃຊ້ຜືນແຜ່ນດິນຂອງເຮົາ ເປັນພາຫະນຳກໍ່ຄວາມອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງປະເທດອື່ນ; ປະຕິບັດຂໍ້ຕົກລົງຮ່ວມມືດ້ານປ້ອງກັນຄວາມສະຫງົບທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ; ເພີ່ມທະວີການສົມທົບກັນຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະ ຄວາມປອດໄພຢູ່ແຕ່ລະປະເທດ; ປັບປຸງປະສິດທິຜົນການຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ; ຍູ້ແຮງບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວ, ສືບຕໍ່ສົມທົບກັນຊອກຫາ ແລະ ສົ່ງອັດຖິຂອງທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍຊີວິດຢູ່ ກຳປູເຈຍ ກັບຄືນບ້ານເກີດເມືອງນອນ.
ປີ 2022, ທ່ານລັດຖະມົນຕີ Tea Banh ໃຫ້ຮູ້ວ່າ: ໃນຖານະເປັນປະທານຄະນະກຳມະການຈັດຕັ້ງ SEA Games 2023 ທີ່ກຳປູເຈຍເປັນເຈົ້າພາບ, ທ່ານຫວັງວ່າ ຈະໄດ້ໄປຢາມ ຫວຽດນາມ ເພື່ອຊອກຮູ້ປະສົບການໃນການຈັດຕັ້ງງານມະຫາກຳກິລາໃຫຍ່ ຂອງອາຊີຕາເວັນອອກສຽງໃຕ້.
ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ Tea Banh ໄດ້ເຊື້ອເຊີນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຝ່ານວັນຢາງ ມາຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການໃນໄລຍະຈະມາເຖິງ.
ຄຳຮຸ່ງ