14:30 | 23/12/2021

ນັກ​ສຶກ​ສາ​ຫວຽດ​ນາມ 6 ຄົນ​ຄ້​ວາໄດ້​ຫຼຽນ​ຄຳ​ທີ່​ການ​ເສັງ Olympic ​ວິ​ທະ​ຍາ​ສາດ​ໜຸ່ມ​ສາ​ກົນ

ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ ຄະນະນັກກິລາຫວຽດນາມ ເຂົ້າຮ່ວມ Olympic ດ້ວຍສະມາຊິກ 43 ຄົນ
ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ ຫວຽດນາມ ໄດ້ຮັບຫຼຽນຄໍາ 02 ຫຼຽນ ໃນການສອບເສັງ Olympic IT ສາກົນ
ນັກ​ສຶກ​ສາ​ຫວຽດ​ນາມ 6 ຄົນ​ຄ້​ວາໄດ້​ຫຼຽນ​ຄຳ​ທີ່​ການ​ເສັງ Olympic ​ວິ​ທະ​ຍາ​ສາດ​ໜຸ່ມ​ສາ​ກົນ
ຄະ​ນະ​ນັກ​ຮຽນ​ຄ້​ວາ​ໄດ້​ລາງວັນ (ພາບ: laodong.vn)

ໝາກຜົນຂອງຄະນະຜູ້ແທນຫວຽດນາມທີ່ເຂົ້າຮ່ວມ Olympic ວິທະຍາສາດໜຸ່ມສາກົນ (IJSO) 2021 ແມ່ນຜົນສຳເລັດສູງສຸດພາຍຫຼັງ 10 ຄັ້ງເຂົ້າຮ່ວມການເສັງ. ທີ່​ພິທີ​ປິດ ​ແລະ ມອບ​ລາງວັນ, ນັກຮຽນ​ຫວຽດນາມ ທັງ 6 ຄົນ ບັນລຸ​ໄດ້​ບັນດາ​ຜົນງານ​ດີ​ເດັ່ນ ດ້ວຍ 4 ຫຼຽນ​ຄຳ, 2 ຫຼຽນ​ເງິນ.

ລະອຽດ:

- 4 ຫຼຽນ​ຄຳ​ເປັນ​ຂອງບັນດານ້ອງ​ນັກ​ຮຽນ ​ລາ​ເຈົາ​ຢາງ, ບຸ່ຍ​ຕວນ​ກຽນ, ຫງວຽນ​ເຟືອງ​ຖຸ່ຍ, ຈິ້ງ​ແອງ​ມິນ, ຊັ້ນ ມໍ5 ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມຕອນ​ປາຍ​ຮ່າ​ໂນ້ຍ- Amsterdam.

- 2 ຫຼຽນ​ເງິນ​ເປັນ​ຂອງບັນດານ້ອງ​ນັກ​ຮຽນ ຫງວຽນ​ຈິ​ງ​ບ໋າ​ວ, ຈີ້​ງນິງ​ຫງອກ​ມາຍ, ຊັ້ນ ມໍ5 ຢູ່​ໂຮງ​ຮຽນ​ມັດ​ທະ​ຍົມຕອນ​ປາຍ ຮ່າ​ໂນ້ຍ- Amsterdam.

ການເສັງ IJSO ໄດ້ຈັດຂຶ້ນແຕ່ວັນທີ 12 ຫາ 22 ທັນວາ, ດ້ວຍການເຂົ້າຮ່ວມຂອງຜູ້ສະໝັກເກືອບ 400 ຄົນ ທີ່ມາຈາກ 59 ປະເທດ ແລະ ເຂດແຄ້ວນ. ການສອບເສັງປະຈໍາປີນີ້ແມ່ນການແຂ່ງຂັນສາກົນສໍາລັບນັກຮຽນທີ່ມີອາຍຸ 15 ປີ. ໃນປີ 2021, ການເສັງແມ່ນຈັດຂື້ນໂດຍກະຊວງສຶກສາທິການ UAE - ສະຫະລັດອາຣັບເອມີເຣດ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12483.html

In bài biết