20:28 | 16/12/2021

ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022

ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ  ຕໍ່ການປ່ຽນແປງຂອງດິນຟ້າອາກາດ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ 5,7 ລ້ານ USD ເພື່ອປົກປ້ອງເດັກນ້ອຍ ຕໍ່ການປ່ຽນແປງຂອງດິນຟ້າອາກາດ
ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022 ທິມບານເຕະແຫ່ງຊາດ U23 ຫວຽດນາມ ສາມາດເຂົ້າແຂ່ງຂັນຮອບຊີງຊະນະເລີດກິລາບານເຕະອາຊີ 2022
ການຄ້າ ຫວຽດນາມ - ອິນເດຍ ອາດຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022
ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ. ພາບ: doanhnghiepvn.vn

ເຫດການນີ້ໄດ້ດຳເນີນກົງກັບຈຸດເວລາທີ່ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫ້ວ ກຳລັງຈະມີການຢ້ຽມຢາມ ອິນເດຍ ຢ່າງເປັນທາງການ.

ກ່າວຄຳເຫັນນະທີ່ນີ້, ທ່ານຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໂດທັງຫາຍ ໃຫ້ຮູ້ວ່າ ອິນເດຍ ແມ່ນ 1 ໃນ 10 ຄູ່ຮ່ວມມືການຄ້າແຖວໜ້າຂອງ ຫວຽດນາມ, ໃນຂະນະທີ່ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 17 ຂອງ ອິນເດຍ ໃນໂລກ.

ມູນຄ່າການຄ້າ 2 ຝ່າຍລະຫວ່າງ 2 ປະເທດເພີ່ມຂື້ນເກືອບ 3 ເທົ່າໃນ 10 ປີຜ່ານມາ, ຈາກລະດັບ 2,7 ຕື້ USD ປີ 2010 ຂື້ນຮອດລະດັບ 10 ຕື້ USD ໃນປີ 2020. ທ່ານຮອງລັດຖະມົນຕີ ກໍ່ຫວັງວ່າການຄ້າ 2 ຝ່າຍຈະບັນລຸເປົ້າໝາຍ 15 ຕື້ USD ໃນປີ 2022 ເມື່ອ 2 ປະເທດສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນການທູດຄົບຮອບ 50 ປີ.

ໄຊພອນ

Link: https://huunghivietlao.thoidai.com.vn/detail-article-12402.html

In bài biết