11:30 | 14/12/2021

ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ

ໂຮ້ຍອານ ຢືນອັນດັບຫນຶ່ງໃນບັນຊີລາຍຊື່ 15 ນະຄອນດີສຸດໃນໂລກປີ 2019 ໂຮ້ຍອານ ຢືນອັນດັບຫນຶ່ງໃນບັນຊີລາຍຊື່ 15 ນະຄອນດີສຸດໃນໂລກປີ 2019
ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ
ໂຮ້ຍອານ, ນະຄອນທຳອິດຂອງຫວຽດນາມໃຫ້ຄຳໝັ້ນສັນຍາວ່າຈະບໍ່ບໍລິໂພກຊີ້ນໝາ ແລະ ແມວ
ພາບ​ປະ​ກອບ: laodong.vn

ຫວ່າງແລ້ວນີ້, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ໂຮ້​ຍ​ອານ, ກວາງ​ນາມ ໄດ້​ດຳ​ເນີນ​ພິ​ທີ​ລົງ​ນາມ​ທາງ​ອອນ​ລາຍ​ກັບ FOUR PAWS (ອົງ​ການ​ສະ​ຫວັດ​ດີ​ການ​ສັດ​ໂລກ) ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຍົກ​ເລີກ​ການ​ນຳ​ໃຊ້​ຊີ້ນ​ໝາ ແລະ​ແມວ.

ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງແມ່ນ​ເພື່ອ​ແນ​ໃສ່ປັບ​ປຸງ​ສະ​ຫວັດ​ດີ​ການ​ສັດລ້ຽງ​ໂດຍ​ຜ່ານ​ໂຄງ​ການ​ສັກ​ຢາ​ປ້ອງ​ກັນ ​ແລະ ​ຕ້ານ​ພະ​ຍາດ​ rabies, ຊ່ວຍ​ປ້ອງ​ກັນ​ການ​ລະ​ບາດ​ຂອງ​ພະ​ຍາດ.

​ໂຮ້ຍ​ອານ ກໍ່​ແມ່ນ​ນະຄອນ​ທຳ​ອິດ​ຂອງ​ຫວຽດນາມ ທີ່​ມີ​ຂໍ້​ຕົກລົງ​ຢຸດ​ການ​ຄ້າ​ຂາຍ​ຊີ້ນ​ໝາ ​ແລະ ແມວ. ຂໍ້​ຕົກລົງ​ດັ່ງກ່າວ​ມີ​ຜົນ​ສັກສິດ​ນັບ​ແຕ່​ທ້າຍ​ປີ​ນີ້​ ແລະ ແກ່​ຍາວ​ເປັນ​ເວລາ 2 ປີ.

ທ່ານ ຫງວຽນ​ເທ​ຮຸ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ້ຍອານ ໄດ້ຕີ​ລາຄາ​ສູງ​ບັນດາ​ເປົ້າ​ໝາຍ​ຂອງ​ໂຄງການ ​ແລະ ຄຸນຄ່າ​ມະນຸດສະທຳຂອງ​ໂຄງ​ການ ​ແລະ ດ້ວຍ​ການ​ຮ່ວມ​ເດີນ​ທາງ​​ຂອງ​ບັນດາ​ອົງການ, ຂະ​ແໜງ​ການ ​ແລະ ການ​ຕອບ​ສະໜອງ​ຂອງ​ປະຊາຊົນ ຈະ​ປະກອບສ່ວນ​ເຂົ້າ​ບັ້ນ​ປົກ​ປັກ​ຮັກສາ ​ແລະ ເບິ່ງ​ແຍງ​ດູ​ແລ​ສັດ ​ບໍ່​ພຽງ​ແຕ່​ໃນ ໂຮ້ຍ​ອານ​ ເທົ່າ​ນັ້ນ ​ຫາກ​ຍັງ​ຢູ່​ທ້ອງ​ຖິ່ນ​ອື່ນໆອີກ.

​ທ່ານ​ນາງ Julie Sanders - ຜູ້ອໍານວຍການຮັບ​ຜິດ​ຊອບກ່ຽວກັັບສັດລ້ຽງຂອງອົງການ FOUR PAWS ໃຫ້ຮູ້ວ່າ: ໃນແຕ່ລະປີ, ຢູ່ຫວຽດນາມ, ມີໝາຫຼາຍກວ່າ 5 ລ້ານໂຕ ແລະ ແມວ 1 ລ້ານໂຕຖືກຄ້າຂາຍ ແລະ ຂ້າເພື່ອເອົາຊີ້ນ, ອັນ​ໄດ້​ກໍ່​ຄວາມເປັນອັນຕະລາຍເຖິງສິດທິຂອງສັດ ແລະ ສຸຂະພາບປະ​ຊາ​ຊົນ. ໂຮ້ຍອານແມ່ນນະຄອນນຳໜ້າເພື່ອໃຫ້ບັນດາທ້ອງຖິ່ນໃນທົ່ວປະເທດປະຕິບັດຕາມ.

ບຸນ​ຄົງ

Link: https://huunghivietlao.thoidai.com.vn/detail-article-12362.html

In bài biết